(vovworld) - ວັນທີ 01/02, ບັນດາຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໄທ ສືບຕໍ່ເດີນຂະບວນຢູ່ບັນດາເຂດທີ່ມີຊາວຈີນ ດຳລົງຊີວິດ ຢູ່ນະຄອນຫຼວງບາງກອກ ໃນບັນດາຄວາມມານະພະຍາຍາມສຸດທ້າຍແນໃສ່ຄັດຄ້ານການເລືອກຈັ້ງທົ່ວປະເທດເຊິ່ງຄາດວ່າ ດຳເນີນໄປໃນວັນທີ 02/02. ກ່າວຄຳເຫັນຕໍ່ໜ້າບັນດາຜູ້ສະໜັບສະໜູນ, ເມື່ອຕອນຄໍ່າວັນທີ 31/01, ຫົວໜ້າຂະບວນການແຫ່ຂະບວນປະທ້ວງ ສຸເທບເທືອກສຸບັນ ຮຽກຮ້ອງດຳເນີນການປິດລ້ອມຖະໜົນສາຍຕ່າງໆຂອງນະຄອນຫຼວງບາງກອກ ດ້ວຍສັນຕິພາບ, ແຕ່ຈະບໍ່ກີດຂວາງປະຊາຊົນໄປປ່ອນບັດເລືອກຕັ້ງ. , ຫົວໜ້າຂະບວນການແຫ່ຂະບວນປະທ້ວງ ສຸເທບເທືອກສຸບັນ ກໍ່ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນຢູ່ພາກໃຕ້ຂອງໄທ ທີ່ພວມປິດລ້ອມບັນດາເຂດປ່ອນບັດເລືອກຕັ້ງດຳເນີນການແຫ່ຂະບວນປະທ້ວງໃນສະພາບສັນຕິພາບ.