ຝ່າຍຕາເວັນຕົກ ກໍຄວາມກົດດັນຕໍ່ ຊີຣີ
ທ່ານ Riad Hijab, ນາຍົກລັດຖະມົນຕີຄົນໃໝ່ຂອງ ຊີຣີ
(ພາບ: Sana.sy)
(vovworld) - ວັນທີ 6/6, ອຳນາດການປົກຄອງ ອາເມລິກາ ໄດ້ອອກສຽງສະໜັບສະໜູນຂໍ້ສະເໜີຂອງ ສະຫະພັນ ອາຣັບ (ຫຼື AL) ໃນການຊຸກຍູ້ສະຫະປະຊາຊາດນຳໃຊ້ພາກທີ 7 ຂອງ ກົດບັດສະຫະປະຊາຊາດ ເພື່ອຊັ່ງຊາຄວາມສາມາດອະນຸຍາດໃຫ້ແຊກແຊງດ້ານການທະຫານເຂົ້າ ຊີຣີ. ພາກທີ 7 ຂອງກົດບັດສະຫະປະຊາຊາດ ອະນຸຍາດໃຫ້ອົງການຫຼາຍຝ່າຍນີ້ ສາມາດນຳໃຊ້ມາດຕະການ, ເຊິ່ງລວມມີການນຳໃຊ້ກຳລັງປະກອບອາວຸດ ເຂົ້າໃນການຮັບມືກັບການກະທຳນາບຂູ່ທຳລາຍສັນຕິພາບສາກົນ. ອາເມລິກາ ຈະສືບຕໍ່ສຸມໃສ່ການເພີ່ມທະວີບັນດາຄຳສັ່ງລົງໂທດດ້ານເສດຖະກິດສາກົນຕໍ່ ຊີຣີ ເພື່ອແນໃສ່ກໍຄວາມກົດດັນ ບັງຄັບໃຫ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Basha Al Assad ມອບໂອນສິດອຳນາດ. ແລະກໍໃນວັນດຽວກັນ, ຝຣັ່ງ ໄດ້ອອກສຽງຄັດຄ້ານເລື່ອງທ່ານປະທານາທິບໍດີ ຊີຣີ Basha Al Assad ບົ່ງຕົວ ທ່ານລັດຖະມົນຕີກະຊວງ ກະສິກຳ Riad Hijab ເປັນນາຍົກລັດຖະມົນຕີ, ພ້ອມທັງມອບຄວາມຮັບຜິດຊອບອັນໜັກໜ່ວງໃຫ້ທ່ານນີ້ສ້າງຕັ້ງລັດຖະບານໃໝ່. ຝຣ່ັງ ຖືວ່າ: ການກະທຳນີ້ ບໍ່ຕອບສະໜອງຄວາມມຸ່ງຫວັງຂອງປະຊາຊົນ ຊີຣີ ແລະ ວົງຄະນະຍາດສາກົນໄດ້. ໃນຂະນະນັ້ນ, ໃນວັນດຽວກັນ, ຈີນ ແລະ ລັດເຊຍ ຢືດໝັ້ນຕໍ່ທັດສະນະຄັດຄ້ານການແຊກແຊງການທະຫານຈາກພາຍນອກ ເພື່ອແນໃສ່ປ່ຽນແປງລະບອບຢູ່ຊີຣີ.