ພັກ ປຊຊ ກຳປູເຈຍ ກຳອຳນາດ ພ້ອມແລ້ວທີ່ສົນທະນາກັບ ພັກຝ່າຍຄ້ານ

ພັກ ປຊຊ ກຳປູເຈຍ ກຳອຳນາດ ພ້ອມແລ້ວທີ່ສົນທະນາກັບ ພັກຝ່າຍຄ້ານ - ảnh 1
ທ່ານນາຍົກລັດຖະມົນຕີ Hun Sen ພົບປະກັບສື່ມວນຊົນ
(ພາບ: TTXVN/AFP)

(vovworld) – ​ໃນ​ການປະກົດຕົວ​​ຄັ້ງ​ທຳ​ອິດຕໍ່ໜ້າ​ມະຫາຊົນ​ພາຍຫຼັງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 5, ວັນ​ທີ 31/7, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hun Sen, ຮອງ​ປະທານ​ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ, ​ໃຫ້​ຮູ້​ວ່າ: CPP ​ໄດ້​ສ້າງ​ຕັ້ງ​ກຸ່ມ​ປະຕິບັດ​ງານ​ເພື່ອ​ດຳ​ເນີນ​ການ​ສົນທະນາ​ກັບ​ຝ່າຍ​ຄ້ານ ​​ແນ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສະພາ​ແຫ່ງ​ຊາດ ​ແລະ ກວດກາ​ບັນດາ​ຄຳ​ກ່າວ​ຫາ​ກ່ຽວ​ກັບ​​ເລື່ອງ​ລະ​ມີດ​ເຖິງການ​ເລື​ອກຕັ້ງ. CPP ກໍ່​ຊົມ​ເຊີຍ​ເລື່ອງ​ຜັນ​ຂະຫຍາຍ​ກຳ​ມາ​ທິການ​ປະສົມ​ເພື່ອ​ສືບສວນ​ບັນດາ​ຄຳ​ກ່າວ​ຫາດັ່ງກ່າວ​ໃນ​ການ​ເລືອກ​ຕັ້ງ. ຕາມ​ທ່ານ Hun Sen ​ແລ້ວ, ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ຜ່ານ​ມາ​ບໍ່​ສຳຄັນ​ກ່ວາ​ຄວາມ​ສະຫງົບ, ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ. ການ​ກະທຳ​ຂອງ CPP ​ເພື່ອ​​ມຸ່ງ​ໄປ​ເຖິງ​ສະຖຽນ​ລະ​ພາບ, ສັນຕິພາບ​ໃຫ້​ແກ່ ກຳປູ​​ເຈຍ, ຫຼີກ​ຫຼ້ຽງການ​ປະ​ທະ​ກັນ​ຕ່າງໆ​ທີ່​ສົ່ງ​ຜົນ​ສະທ້ອນ​​ເຖິງປະຊາຊົນ ​ແລະ ສັງຄົມ. ທ່ານ​ກໍ່​ຢືນຢັນ​ພ້ອມ​ແລ້ວ​ທີ່​ສົນທະນາ​ກັບ​ຫົວໜ້າ​ຝ່າຍ​ຄ້ານ Sam Rainsy ຖ້າ​ຫາກ​​ເກີດ​ບັນດາ​ບັນຫາ​ສຳຄັນ​ທີ່ອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ສະພາບ​ການ​ເມືອງ​ປະຊາທິປະ​ໄຕ ຢູ່ ກຳປູ​ເຈຍ.

ຂ່າວ/ບົດ​ອື່ນ