ພັກກອມມູນິດ 2 ປະເທດຫວຽດນາມ ແລະ ຍີປຸ່ນເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນກັນ

ພັກກອມມູນິດ 2 ປະເທດຫວຽດນາມ ແລະ ຍີປຸ່ນເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນກັນ  - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ
ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຍີ່ປຸ່ນ
(ພາບ: TTXVN)


(vovworld) - ຕອນ​ບ່າຍ​ວັນ​ທີ 24/9, ຢູ່​ຮ່າ​ໂນ້ຍ, ທີ່​ການ​ຕ້ອນຮັບ​ທ່ານ​ Shii Kazuo, ປະທານ​ຄະນະ​ກຳມາ​ທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຍີ່ປຸ່ນ, ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ຕີ​ລາຄາ​ສູງ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ-ຍີ​ປຸ່ນ ກໍ​ຄືການ​ພົວພັນ​ລະຫວ່າງ 2 ພັກ​ກອມ​ມູນິດ, ທ່ານ​ຢືນຢັນ​ບັນດາ​ໝາກຜົນ​ທີ່​ດີງາມ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ ຊຶ່ງ​ບັນລຸ​ໄດ້​ໃນ​ໄລຍະ​ທີ່​ຜ່ານ​ມາ ​ແມ່ນ​ການ​ສືບ​ທອດ​ມູນ​ເຊື້ອ​ທີ່​ມີ​ມາ​ແຕ່​ດົນ​ນານ​ທີ່ 2 ຝ່າຍ​ຄວນ​ສືບ​ຕໍ່​ຮັກສາ ​ແລະ ​ເສີມ​ຂະຫຍາຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ສະພາ​ແຫ່ງ​ຊາດ​ຫວຽດນາມ ຍາມ​ໃດ​ກໍ​ເພີ່ມ​ທະວີ, ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື​ໃນ​ພາກ​ພື້ນ ​ແລະ ສາກົນ, ​ໃນ​ນັ້ນ​ມີ​ການ​ພົວພັນ​ກັບ​ຍີ່ປຸ່ນ. ສ່ວນທ່ານ Shii Kazuo, ປະທານ​ຄະນະ​ກຳມາ​ທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຍີ່ປຸ່ນ ຢືນຢັນ​ວ່າ 2 ພັກ​ຈະ​ສືບ​ຕໍ່​ແລກປ່ຽນ​ທິດ​ສະ​ດີ, ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສະໜັບສະໜູນ​ຊຶ່ງ​ກັນ ​ແລະ ກັນ ​ແລະ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຫຼັງ​ການ​ຢ້ຽມຢາມ​ຄັ້ງ​ນີ້ , ການພົວພັນ​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ​ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ດີງາມ.

 ກ່ອນໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 23 ກັນຍາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟຸຈ້ອງ ​ໄດ້​ໃຫ້ການ​ຕ້ອນຮັບ ​ແລະ ​​ແລກປ່ຽນ​ຄຳ​ເຫັນ​ຢ່າງ​ສະໜິດສະໜົມ​ກັບ​ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຍີ່ປຸ່ນ ​ນຳ​ໜ້າໂດຍ​ທ່ານ Shii Kazuo, ປະທານ​ຄະນະ​ກຳມາ​ທິການ​ສູນ​ກາງ​ພັກ​ກອມ​ມູນິດ​ຍີ່ປຸ່ນ, ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟຸຈ້ອງ ຕີ​ລາຄາ​ສູງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ລະຫວ່າງ 2 ພັກ​ໃນ​ປະຈຸ​ບັນ, ພິ​ເສດ​ແມ່ນ​ບັນດາ​ການ​ແລກ​ປຽນ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ທິດ​ສະ​ດີ; ຖື​ວ່າ​ນີ້​ແມ່ນ​ຮູບ​ແບບ​ການ​ຮ່ວມມື​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ສະພາບ​ການ​ໃໝ່, ປະກອບສ່ວນ​ເຮັດ​ແຈ້ງ​ຫຼາຍ​ບັນຫາ​ ທິດ​ສະ​ດີ​ກ່ຽວ​ກັບລັດທິ​ສັງຄົມນິຍົມ​ ​ແລະ ​ເສັ້ນທາງ​ກ້າວ​ຂຶ້ນ​ສູ່​ລັດທິສັງຄົມ​ນິຍົມ. ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟຸຈ້ອງ ​ແລະ ທ່ານ​ປະທານ Shii Kazuo ​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ 2 ພັກ​ຄວນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ຫຼາຍ​ດ້ານ ດ້ວຍ​ຫຼາຍ​ຮູບ​ແບບ​ທີ່​ເໝາະ​ສົມ, ​ແນ​ໃສ່​ປະກອບສ່ວນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພັກ ​ໃຫ້​ໝັ້ນ​ຄົງ, ​ເຂັ້ມ​ແຂງ, ນຳ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ພັກ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອ​ຜົນ​ປະ​ໂຫຍດຂອງປະຊາຊົນ 2 ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ