ພັກຄອມມູນິດຫວຽດນາມ ແລະ ຈີນ ເພີ່ມທະວີການແລກປ່ຽນ, ສ້າງບາດກ້າວບຸກທະລຸ

(VOVWORLD) - ສອງຝ່າຍມີຄວາມປິຕິຊົມຊື່ນຕໍ່ບັນດາຂີດໝາຍພິເສດໃນການພົວພັນຫວຽດນາມ - ຈີນ ປີ 2017: ເປັນຄັ້ງທຳອິດ, ທີ່ເລຂາທິການໃຫຍ່, ປະທານປະເທດ ທັງສອງປະເທດ ໄດ້ຢ້ຽມຢາມເຊິ່ງກັນ ແລະ ກັນໃນປີດຽວ
ພັກຄອມມູນິດຫວຽດນາມ ແລະ ຈີນ ເພີ່ມທະວີການແລກປ່ຽນ, ສ້າງບາດກ້າວບຸກທະລຸ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປ ຈີນ ດັ້ງມິງໂຄຍ  ແລະ ທ່ານຮອງຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດສູນກາງພັກ ຄອມມູນິດຈີນ ຫວາງຢາຈູນ

ວັນທີ 8 ກຸມພາ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສປ ຈີນ ດັ້ງມິງໂຄຍ ໄດ້ມີການພົບປະແລກປ່ຽນ ກັບທ່ານຮອງຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດສູນກາງພັກ ຄອມມູນິດຈີນ ຫວາງຢາຈູນ ກ່ຽວກັບທິດທາງຊຸກຍູ້ການຮ່ວມມືໃນປີ 2018. ສອງຝ່າຍມີຄວາມປິຕິຊົມຊື່ນຕໍ່ບັນດາຂີດໝາຍພິເສດໃນການພົວພັນຫວຽດນາມ - ຈີນ ປີ 2017: ເປັນຄັ້ງທຳອິດ, ທີ່ເລຂາທິການໃຫຍ່, ປະທານປະເທດ ທັງສອງປະເທດ ໄດ້ຢ້ຽມຢາມເຊິ່ງກັນ ແລະ ກັນໃນປີດຽວ, ບັນລຸໄດ້ບັນດາຄວາມຮັບຮູ້ລວມທີ່ສຳຄັນ, ກຳນົດທິດໃຫ້ແກ່ການພັດທະນາການພົວພັນລະຫວ່າງ ຫວຽດນາມ-ຈີນໃນໄລຍະໃໝ່. ວົງເງິນການຄ້າສອງປະເທດໄດ້ລື່ນກາຍຄາດໝາຍ 100 ຕື້USD. ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ທ່ານເອກອັກຄະລັດຖະທູດ ດັ້ງມິງໂຄຍ ແລະ ທ່ານຮອງຫົວໜ້າຄະນະຕິດຕໍ່ພົວພັນຕ່າງປະເທດສູນກາງພັກ ຄອມມູນິດຈີນ ຫວາງຢາຈູນ ໄດ້ແລກປ່ຽນກ່ຽວກັບບາງມາດຕະການ ເພື່ອແນໃສ່ເພີ່ມທະວີບັນດາການເຄື່ອນໄຫວພົບປະ, ແລກປ່ຽນຜ່ານຊ່ອງທາງ ລະຫວ່າງສອງພັກໃຫ້ຫຼາຍກວ່າອີກ ແນໃສ່ພັດທະນາການພົວພັນຫວຽດນາມ - ຈີນໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ