ພັກຝ່າຍຄ້ານ ກຳປູເຈຍ ຮຽກຮ້ອງ ໃຫ້ພະບາດສົມເດັດແກ້ໄຂຄວາມບໍ່ລົງລອຍກັນກ່ຽວກັບໝາກຜົນການເລືອກຕັ້ງສະພາແຫ່ງຊາດ

ພັກຝ່າຍຄ້ານ ກຳປູເຈຍ ຮຽກຮ້ອງ ໃຫ້ພະບາດສົມເດັດແກ້ໄຂຄວາມບໍ່ລົງລອຍກັນກ່ຽວກັບໝາກຜົນການເລືອກຕັ້ງສະພາແຫ່ງຊາດ - ảnh 1
ປະຊາຊົນກຳປູເຈຍໄປປ່ອນບັດເລືອກຕັ້ງໃນ 28/7 ຜ່ານ​ມາ
(ພາບ: Xuân Khu/Vietnam+)

(vovworld) – ​ຕາມ​ແຫຼ່ງຂ່າວ​ຈາກ​ສື່​ມວນ​ຊົນ ກຳປູ​ເຈຍ ​ໃນ​ວັນ​ທີ 4/9, ການ​ນຳ​ພັກ​ກູ້​ຊາດ ກຳ​ປູ​ເຈຍ (CNRP) ​ໄດ້​ຮຽກຮ້ອງ​ໃຫ້​ພະ​ບາດ​ສົມ​ເດັດ​ ກຳປູ​ເຈຍ Nodorom Sihamoni ​​ແກ້​ໄຂ​ການຖົກ​ຖຽງ​ກ່ຽວ​ກັບ​ໝາກຜົນ​ຂອງ​ການ​ເລືອກຕັ້ງ​ສະພາ​ແຫ່ງ​ຊາດ ກຳປູ​ເຈຍ ຊຸດ​ທີ 5 ຊຶ່ງຈັດ​ຕັ້ງ​ເມື່ອ​ວັນ​ທີ 28/7 ຜ່ານ​ມາ. ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ: ​ໃນ​ຈົດໝາຍ​ສະບັບ​ໜຶ່ງ​ຝາກ​ເຖິງພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ Nodorom Sihamoni ​ໃນ​ວັນ​ທີ 2/9, ປະທານ CNRP Sam Rainsy ສະ​ເໜີ​ໃຫ້​ພະ​ບາດ​ສົມ​ເດັດ​​ແຊກ​ແຊງເພື່ອ “ຊອກ​ຫາ​ວິທີ​​ແກ້​ໄຂ​ບັນດາ​ການກະທຳ​ຜິດໃນ​ການ​ເລືອກ​ຕັ້ງ​ດ້ວຍ​ຄວາມ​ກະຈ່າງ​ແຈ້ງ ​ແລະ ຄວາມ​ຍຸຕິ​ທຳ​ເພື່ອ​ຕອບ​ສະໜອງ​ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ ປະຊາຊົນ”. ​ໃນ​ຈົດໝາຍ​ຕອບ​ສົ່ງ​ເຖິງປະທານ CNRP ​ໃນ​ວັນ​ທີ 3/9, ​​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ Nodorom Sihamoni ​ໃຫ້​ຮູ້​ວ່າ: ​ໄດ້​ຮັບ​ຄຳ​ຮຽກຮ້ອງ​ຈາກ​ທ່ານ Sam Rainsy ​ແລ້ວ, ​ແຕ່​ບໍ່​ເຕື້ອງ​ເຖິງ​ບັນຫາ ພະ​ບາດ​ສົມ​ເດັດ​ ຈະ​ແຊກ​ແຊງ​ແກ້​ໄຂ​ການ​ຖົກ​ຖຽງນີ້​ຫຼື​ບໍ່.

        ຕາມ​ແຜນການ​ແລ​​້ວ, NEC ຈະ​ປະກາດໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​​ເປັ​ນທາງ​ການ ໃນ​ວັນ​ທີ 8/9, ພາຍຫຼັງ​ສະພາ​ລັດຖະທຳ​ມະນູນ ກຳປູ​ເຈຍ (CCC) ​ແກ​້​ໄຂ​ບັນດາ​ຄຳ​ຟ້ອງ​ຮ້ອງ​ຂອງ CNRP.

 

ຂ່າວ/ບົດ​ອື່ນ