ທ່ານນາງ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນສູນຄົ້ນຄວ້າອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຊົນເຜົ່າຫວຽດນາມ
(ພາບ: TRỌNG ĐỨC/ ສຳນັກຂ່າວສານ ຫວຽດນາມ)
(vovworld)- ຕອນບ່າຍ ວັນທີ 18/8, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບ ຄະນະຜູ້ແທນສູນຄົ້ນຄວ້າອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຊົນເຜົ່າຫວຽດນາມ ແລະ ສູນຄົ້ນຄວ້າ ແລະ ພັດທະນາວັດທະນະທຳຮຸ່ງເວືອງ ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດໄດ້ຢືນຢັນວ່າ: ພັກແລະລັດຍາມໃດກໍ່ເອົາໃຈໃສ່ເຖິງບັນດາການເຄື່ອນໄຫວດ້ານວັດທະນະທຳ,ມູນເຊື້ອຂອງຊາດ ເມື່ອເນັ້ນໜັກເຖິງ ຄຸນຄ່າດ້ານປະຫວັດສາດ ແລະ ຄຸນຄ່າດ້ານຈິດໃຈຂອງການເຫຼື້ອມໃສບູຊາເຈົ້າຊີວິດຮຸ່ງ ແລະ ງາມບຸນຢ໊ອງ, ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຊົມເຊີຍບັນດາການເຄື່ອນໄຫວ, ແຜນການຈັດຕັ້ງການເດີນທາງກັບຄືນສູ່ແຫຼ່ງກຳເນີດ “ຖະຫວາຍບູຊາບັນພະບູລຸດ ສົມເປັນລູກຫຼານເຈົ້າຊີວິດຮຸ່ງ” ແລະ ພິທີຖະຫວາຍທູບທຽນອໍລະຫັນ ແທງຟູ່ດົງທຽນເວືອງ. ນີ້ແມ່ນການເຄື່ອນໄຫວ ທີ່ມີຄວາມໝາຍດ້ານວັດທະນະທຳທີ່ເລິກເຊິ່ງ, ອວ່າຍເມືອຫາເກົາເຄົ້າເຫງົາກໍ, ສະແດງເຖິງຄວາມເຄົາລົບນັບຖືຢ່າງສູງ ຂອງຊາດຫວຽດນາມ ສຳລັບພະບູລຸດ. ພ້ອມທັງ, ເປັນໂອກາດເພື່ອສຶກສາມູນເຊື້ອປະຫວັດສາດ, ແນໃສ່ລະດົມນ້ຳໃຈຮັກຊາດ, ຄວາມສາມັກຄີ, ຜ່ານຜ່າ ຄວາມຫຍຸ້ງຍາກທຸກຢ່າງ ຂອງບັນດາຊາວຫວຽດນາມລຸ່ນຕ່າງ, ພິເສດແມ່ນໃນໄລຍະປັດຈຸບັນ, ເມື່ອປະເທດຊາດພວມຕ້ອງປະເຊີນໜ້າ ກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ໃນພາລະກິດສ້າງສາ, ພັດທະນາ ແລະ ປົກປັກຮັກສາເອກະລາດ, ອະທິປະໄຕຂອງປະເທດຊາດ. ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, ສູນຄົ້ນຄວ້າຈະສືບຕໍ່ມີບັນດາການເຄື່ອນໄຫວ ທີ່ມີຄວາມໝາຍຊ່ວຍປຸກລຸກຄວາມເອກອ້າງທະນົງໃຈ ກ່ຽວກັບກົກເຄົ້າເຫງົ້າກໍຂອງຊາດ; ດຶງດູດການຕອບສະໜອງ, ການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງນັກຄົ້ນຄວ້າດ້ານວັດທະນະທຳ, ນັກສິລະປະ ແລະ ປັນຍາຊົນ, ບັນດາຜູ້ທີ່ທີຄວາມສຸດຈິດສຸດໃຈຕໍ່ວັດທະນະທຳຂອງຊາດ ແລະ ປະຊາຊົນ ເປັນຈຳນວນຫຼວງຫຼາຍ, ປະກອບສ່ວນພັດທະນາພື້ນຖານ ວັດທະນະທຳຫວຽດນາມທີ່ເຂັ້ມຄົ້ນໄປດ້ວຍສີສັນຊາດ.