(vovworld) - ວັນທີ 25/11, ທ່ານເລຂາທິການໃຫຍ່ພັກແຮງງານ ເມຊິກໂກ (PT), ຜູ້ສະມາຊິກສະພາແຫ່ງຊາດສະຫະພັນ Alberto Anaya Gutierrez ໃຫ້ຮູ້ວ່າ PT ຢາກເພີ່ມທະວີການພົວພັນຮ່ວມມືຫຼາຍດ້ານລະຫວ່າງເມຊິກໂກ ກັບ ຫວຽດນາມ ກວ່າອີກ. ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ເມຊິກໂກ ກ່ອນທີ່ຈະເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 25 – 29/11, ທ່ານເລຂາທິການໃຫຍ່ Gutierrez ຊີ້ແຈ້ງວ່າ ໜຶ່ງໃນບັນດາເປົ້າໝາຍຂອງການຢ້ຽມຢາມຄັ້ງນີ້ ແມ່ນແລກປ່ຽນຄຳຄິດຄຳເຫັນກັບການນຳພັກ, ລັດຫວຽດນາມ ກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີບັນຫາອາເມລິກາລາຕີນ ແລະ ໂລກ; ປຶກສາຫາລື ແລະ ຊອກຫາບັນດາມາດຈະການເພື່ອຍູ້ແຮງ ແລະ ຫັນການພົວພັນຮ່ວມມືລະຫວ່າງສອງພັກເປັນຫຼາຍຮູບຫຼາຍແບບ ປະກອບສ່ວນຍູ້ແຮງການພົວພັນຮ່ວມມືຫຼາຍດ້ານລະຫວ່າງເມຊິກໂກ ແລະ ຫວຽດນາມ. ທ່ານເລຂາທິການໃຫຍ່ Gutierrez ເນັ້ນໜັກວ່າ ເມຊິກໂກ ເອົາໃຈໃສ່ເປັນພິເສດເຖິງການຮ່ວມມືກັບຫວຽດນາມ ໃນຂົງເຂດກະສິກຳ.