(VOVWORLD) -ຄວາມຮຽກຮ້ອງຕ້ອງການກ່ຽວກັບເນື້ອໃນຕົ້ນຕໍຂອງການວາງແຜນກຳນົດລວມມີ: ວິໄສທັດພັດທະນາ, ການນຳໃຊ້ພະລັງງານປະລະມານູ, ເປົ້າໝາຍສັງລວມ, ດັດຊະນີລວມຮອດປີ 2030, ວິໄສທັດຮອດປີ 2050.
ໂຮງໝໍເຈິ໊ໄຮ ນະຄອນໂຮ່ຈີມິນນຳໃຊ້ພະລັງງານ ປະລະມານູ ເຂົ້າໃນການປິ່ນປົວ (ພາບ: ະTTXVN)
|
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ອະນຸມັດຜ່ານໜ້າທີ່ສ້າງແຜນກຳນົດພັດທະນາ, ນຳໃຊ້ພະລັງງານປະລະມານູ ໄລຍະ 2021 – 2030, ວິໄສທັດຮອດປີ 2050. ຕາມນັ້ນແລ້ວ, ແຜນກຳນົດຕ້ອງຮັບປະກັນລັກສະນະວິທະຍາສາດ, ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ມີຄວາມເປັນໄປໄດ້ສູງໃນການຜັນຂະຫຍາຍ, ຕອບສະໜອງບັນດາຄວາມຕ້ອງການກ່ຽວກັບການພັດທະນາ, ນຳໃຊ້ພະລັງງານ ປະລະມານູເຂົ້າໃນບັນດາຂະແໜງເສດຖະກິດ - ສັງຄົມ. ນອກຈາກນັ້ນ, ກໍ່ສ້າງບັນດາວິທີການ, ກຳນົດທິດພັດທະນາການນຳໃຊ້ພະລັງງານປະລະມານູ ໃຫ້ເໝາະສົມກັບກຳລັງຄວາມສາມາດຕົວຈິງ ແລະ ແຫຼ່ງກຳລັງຂອງປະເທດຊາດ, ທ່າອ່ຽງພັດທະນາ ແລະ ການເຄື່ອນໄຫວຂອງສະພາບການທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ຄວາມຮຽກຮ້ອງຕ້ອງການກ່ຽວກັບເນື້ອໃນຕົ້ນຕໍຂອງການວາງແຜນກຳນົດລວມມີ: ວິໄສທັດພັດທະນາ, ການນຳໃຊ້ພະລັງງານປະລະມານູ, ເປົ້າໝາຍສັງລວມ, ດັດຊະນີລວມຮອດປີ 2030, ວິໄສທັດຮອດປີ 2050.