ພາບປະກອບ
(vovworld) – ຕອນເຊົ້າວັນທີ 14/5, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນແຮງງານນະຄອນ ໄດ້ຈັດຕັ້ງກອງປະຊຸມສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິສູນກາງທີ 5 ຊຸດທີ 8 ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມກ້າວໜ້າ, ເຂັ້ມຄົ້ນໄປດ້ວຍສີສັນຊາດ. ໃນ 15 ປີຜ່ານມາ, ບັນດາອົງການກຳມະບານນະຄອນ ໄດ້ເອົາໃຈໃສ່ເຖິງການຍົກສູງຊີວິດທາງດ້ານຈິດໃຈໃຫ້ແກ່ກຳມະກອນ, ພາລະກອນ ຜູ້ອອກແຮງງານ, ຂະບວນການສ້າງຊີວິດວັດທະນະທຳຢູ່ຮາກຖານ, ວັດທະນະທຳຢູ່ໃນວິສາຫະກິດ ກໍ່ມີການຫັນປ່ຽນຢ່າງຕັ້ງໜ້າ. ທ່ານ ເລຮົ່ງຈ່ຽວ, ຜູ້ອຳນວຍການຫໍວັດທະນະທຳແຮງງານນະຄອນ ໂຮ່ຈີມິນ, ໃຫ້ຮູ້ວ່າ:
”ຜ່ານ 15 ປີ ແຫ່ງການປະຕິບັດມະຕິສູນກາງທີ 5 ຊຸດທີ 8, ຫໍວັດທະນະທຳແຮງງານໄດ້ມານະພະຍາຍາມສ້າງລາຍການເຄື່ອນໄຫວຕ່າງໆຢ່າງແທດຈິງ. ນອກຈາກບັນດາສະໂມສອນ, ກອງ, ໜ່ວຍຮັກສາບັນດາຄູນຄ່າວັດທະນະທຳຂອງຊາດແລ້ວ, ຫໍວັດທະນະທຳຍັງຜັນຂະຫຍາຍການເຄື່ອນໄຫວວັດທະນະທຳ, ສຶກສາກ່ຽວກັບວັດທະນະທຳໃຫ້ແກ່ກຳມະກອນ, ພາລະກອນ, ຜູ້ອອກແຮງງານອີກດ້ວຍ. ນີ້ແມ່ນຈຸດທີ່ເປັນເອກະລັກສະເພາະ ເຊິ່ງພວກຂ້າພະເຈົ້າພວມມານະພະຍາຍາມຮັກສາ ແລະ ເສີມຂະຫຍາຍ ໃຫ້ມັນນັບມື້ນັບພັດທະນາ”.
ໃນວັນດຽວກັນ, ແຂວງກວາງນາມ ກໍ່ຈັດຕັ້ງກອງປະຊຸມສະຫຼຸບ 15 ປີ ແຫ່ງການປະຕິບັດມະຕິສູນກາງທີ 5 ຊຸດທີ 8 ກ່ຽວກັບການສ້າງ ແລະ ພັດທະນາພື້ນຖານວັດທະນະທຳຫວຽດນາມກ້າວໜ້າ, ເຂັ້ມຄົ້ນໄປດ້ວຍສີສັນຊາດ. 15 ປີຜ່ານມາ, ແຂວງກວາງນາມ ໄດ້ພັດທະນາວັນນະຄະດີ ສິລະປະ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄູນຄ່າມໍລະດົກວັດທະນະທຳ, ພັດທະນາພາລະກິດສຶກສາ, ບຳລຸງສ້າງ ແລະ ວິທະຍາສາດ ເຕັກໂນໂລຢີ, ເປີດກວ້າງການຮ່ວມມືທາງດ້ານວັດທະນະທຳກັບສາກົນ.