ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ໄລ​ຍະຫຼັງ Covid - 19

(VOVWORLD) - ນີ້ແມ່ນຫົວຂໍ້ຂອງກອງປະຊຸມໂດຍສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 10 ມິຖຸນາ. 

ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ໄລ​ຍະຫຼັງ Covid  - 19 - ảnh 1 ບົດລາຍງານຂອງຄະນະຄົ້ນຄ້ວາພັດທະນາເສດຖະກິດພາກເອກະຊົນ (ພາບ:  baoquocte.vn)

ທີ່ກອງປະຊຸມ, ບັນດານັກຊ່ຽວຊານຖືວ່າ ໃນສະພາບການຫຼັງໂລກລະບາດ Covid – 19, ເພື່ອຟື້ນຟູວິສາຫະກິດໃນໄລຍະຕໍ່ໄປ, ກ່ອນອື່ນໝົດ, ລັດຖະບານຕ້ອງມີນະໂຍບາຍໜູນຊ່ວຍຢ່າງຮີບດ່ວນນັ້ນແມ່ນ ສົ່ງເສີມການລົງທຶນພາກເອກະຊົນພາຍໃນປະເທດ, ດຶງດູດແຫຼ່ງ ທຶນ FDI, ຍູ້ແຮງການສົ່ງອອກ, ຊຸກຍູ້ການປ່ອຍເງິນລົງທຶນ, ສົ່ງເສີມການຊົມໃຊ້ສິນຄ້າພາຍໃນປະເທດ. ທ່ານ ບຸຍເຕິດທັ໊ງ ອະດີດຫົວໜ້າສະຖາບັນຍຸດທະສາດພັດທະນາ - ກະຊວງແຜນການ ແລະ ການລົງທຶນຫວຽດນາມຖືວ່າ:

ໃນໄລຍະ ປັດຈຸບັນ ພວກເຮົາພັດທະນາເສດຖະກິດໃນສະພາບການຍາມໃດຕ້ອງຮັບມືໂລກລະບາດ. ເພາະສະນັ້ນ, ພວກເຮົາຕ້ອງຊອກຫາບັນດາທິດທາງເດີນໃໝ່, ຕ້ອງຊອກຫາດ້ວຍເຕັກໂນໂລຢີເສດຖະກິດຂຽວທີ່ສາມາດພັດທະນາໃນໄລຍະຍາວນານ. ໄປຄຽງຄູ່ກັນນັ້ນ, ບັນດາວິສາຫະກິດຕ້ອງຍົກສູງກຳລັງຄວາມສາມາດໃນການບໍລິຫານຄຸ້ມຄອງໃຫ້ເໝາະສົມກັບສະພາບການໃໝ່, ພ້ອມກັນນັ້ນກໍ່ຕັ້ງໜ້າຜັນຂະຫຍາຍ, ຊອກຫາຕະຫຼາດ, ຄູ່ຄ້າໃໝ່ໃນໄລຍະຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ