ພັດທະນາຮູບແບບທົ່ງນາຂະໜາດໃຫຍ່ໃນການກໍ່ສ້າງຊົນນະບົດໃໝ່

ພັດທະນາຮູບແບບທົ່ງນາຂະໜາດໃຫຍ່ໃນການກໍ່ສ້າງຊົນນະບົດໃໝ່ - ảnh 1
ພາບ​ປະ​ກອບ

(vovworld) – ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ ຕັງ​ມິນ​ໂລກ, ຫົວໜ້າ​ກົມ​ເສດຖະກິດ​ການ​ຮ່ວມ​ມື ​ແລະ ພັດທະນາ​ຊົນນະບົດ ຂຶ້ນ​ກັບກະຊວງກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ ​ໃຫ້​ຮູ້​ວ່າ: ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່ ພວມ​ພັດທະນາ​ຢ່າງ​ແຂງ​ແຮງ​ຢູ່​ພາກ​ໃຕ້, ພິ​ເສດ​ແມ່ນຢູ່​ເຂ​ດທົ່ງພຽງ​ແມ່​ນ້ຳຂອງ. ​​ເມື່ອຕີ​ລາຄາ​ການ​ນຳ​ໃຊ້​ຮູບ​ແບບ​ນີ້ຢູ່​ບັນ​ດາ​ທ້ອງ​ຖິ່ນ​ ​ໃຫ້​ເຫັນ​ວ່າ: ​ໃນ​ລະດູ​ການ 2011 – 2012, ລາຍ​ຮັບ​​ເກັບ​ມາ​ໄດ້​ຈາກ​ຮູບ​ແບບ​ນີ້​ສູງ​ກ່ວາ​​ເມື່ອ​ທຽບ​ໃສ່​ລະດູ​ການ​ບໍ່​ນຳ​ໃຊ້​ຮູບ​ແບບ​ດັ່ງກ່າວ​ແຕ່ 2,2 – 7,5 ລ້ານ​ດົ​່ງ/ ha, ມູນຄ່າ​ຜະລິດ​ຕະພັນຫຼຸດລົງ, ອັນ​ໄດ້ຊ່ວຍ​ໃຫ້​ຊາວ​ກະ​ສິກ​ອນພັດທະນາ​ການ​ຜະລິດ, ​​ເຮັດ​ໃຫ້​ເສດຖະກິດ ​ແລະ ຊີວິດ​ການ​ເປັນ​ຢູ່ ​ເປັນ​ປົກກະຕິ. ທ່ານ ຕັງ​ມິນ​ໂລກ ​ໃຫ້​ຮູ້​ວ່າ​:

“​ໃນ​ເບື້ອງ​ຕົ້ນ, ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່​ແກ້​ໄຂ​ໄດ້​ຄຳ​ຕອບ​ກ່ຽວ​ກັບ​ການ​ຫັນພື້ນຖານ​ກະສິກຳ​​ເປັນສິນຄ້າ​ຢູ່​ຫວຽດນາມ. ຮູບ​ແບບດັ່ງກ່າວ ​ໄດ້​ເລີ່​ມຕົ້ນ​ຈາກ​ແຂວງ ອານ​ຢາງ ຫຼັງ​ຈາກ​ນັ້ນ​ໄດ້​ຮັບ​ການຄົ້ນ​ຄ້ວາ, ນຳ​ໃຊ້​ໃນ​ທົ່ວ​​ເຂດ​.​.​ ມາ​ຮອດ​ປະຈຸ​ບັນ, ມີກ່ວາ 40 ​ແຂວງ​ໄດ້​ມາ​ຢ້ຽມຢາມ, ຮຳ່ຮຽນ​ເອົາ​ບົດຮຽນ ​ແລະ ນຳ​ໃຊ້​ຢູ່​ທ້ອງ​ຖິ່ນຕົນ​ແລ​້ວ. ສິ່ງ​ດັ່ງກ່າວ​ພິສູດ​ໃຫ້​ເຫັນ​ວ່າ: ຮູບ​ແບບ​ນີ້​ຕອບ​ສະໜອງ​ຄວາມ​ຕ້ອງການ, ຄວາມ​ປາດ​ຖະໜາ​ແກ້​ໄຂ​ຄວາມ​ຂ້ອງ​ໃຈ ຂອງ​ຫຼາຍ​ທ້ອງ​ຖິ່ນ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຜະລິດ​ກະສິກ​ເປັນຳ​ສິນຄ້າ ​ສະ​ນັ້ນ​ໃນ​ໄລຍະ​ເວລາ​ສັ້ນໆ ​ຈຶ່ງ​ສາມາດ​ຂະຫຍາຍ​ອອກຢ່າງ​ກ້ວາງ​ຂວາງ.”

        ຕາມ​ແຜນການ​ຂອງ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ​ ແລ້ວ, ລະດູ​ການ​ລະດູ​ໜາວ​ຕໍ່​ລະດູບານ​ໃໝ່ 2013 – 2014, ບັນດາ​ແຂວງ​ພາກ​ໃຕ້​ມີ​​ຮູບ​ແບບ​ທົ່ງ​ນາ​ຂະໜາດ​ໃຫຍ່ປະມານ 200.000 ha. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຄາດ​ວ່າ​ຈະ​ສືບ​ຕໍ່​ພັດທະນາ​ຮູບ​ແບບ “ທົ່ງ​ນາ​ຂະໜາດ​ໃຫຍ່” ​ມຸ້ງ​ໄປ​​ເຖິງ​ເຂດ​ຜະລິດເຂົ້າ​​ເປັນສິນຄ້າ, ສົ່ງ​ອອກ​ເຂົ້າສານ 1.000.000 ha ​ແລະ ສ້າງ​ເຄື່ອງໝາຍ​ການ​ຄ້າ​ເຂົ້າສານ​ຫວຽດນາມ.

ຂ່າວ/ບົດ​ອື່ນ