ພິທີຊັກທຸງສະເຫຼີມສະຫຼອງວັນອາຊຽນ ຢູ່ອົດສຕາລີ ຕາເວັນຕົກ

ພິທີຊັກທຸງສະເຫຼີມສະຫຼອງວັນອາຊຽນ ຢູ່ອົດສຕາລີ ຕາເວັນຕົກ - ảnh 1
ພິທີ​ຊັກ​ທຸງສະ​ເຫຼີ​ມສະຫຼອງ​ວັນອາ​ຊຽນ ຢູ່​ອົດສຕາ​ລີ ຕາ​ເວັນ​ຕົກ
(ພາບ: vietnamplus.vn)


(vovworld) –  ​ເນື່ອງ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ 47 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອາ​ຊຽນ ​ແລະ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື, ຄູ່​ເຈລະຈາ​ລະຫວ່າງ​ອາ​ຊຽນ ​ແລະ ອົດສຕາ​ລີ, ຕອນ​ເຊົ້າ​ວັນ​ທີ 06/08, ກົງ​ສູນ​ໃຫຍ່​ສະຖານທູດ​ຫວຽດນາມ ປະຈຳ Perth ພ້ອມ​ກັບ​ອົງການ​ຕາງ​ໜ້າ​ບັນດາ​ປະ​ເທດ​ອາ​ຊຽນ ຢູ່​ລັດອົດສຕາ​ລີ ຕາ​ເວັນ​ຕົກ ​ໄດ້​ສົມທົບ​ກັບ​ນະຄອນ Perth ຈັດ​ຕັ້ງ​ພິທີຊັກ​ທຸງອາ​ຊຽນ ຢູ່​ສຳນັກງານ​ອົງການ​ບໍລິຫານ​ນະຄອນ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງປະ​ເທ​ດອົດສຕາ​ລີ, ທ່ານ Michael Wood ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ອົດສຕາ​ລີ ​ແລະ ອາ​ຊຽນ​​ໃນ​ໄລຍະ​ຜ່າ​ນມາ, ດ້ວຍ​ຫຼາຍ​ຈຸດ​ທີ່​ຄ້າຍຄື​ກັນ​ລະຫວ່າງ​ອາ​ຊຽນ ​ແລະ ອົດສຕາ​ລີ ​​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ຕາມ​ທ່ານ​ແລ້ວ, 2 ຝ່າຍ​ພວມ​ມີ​ສຽງ​ເວົ້າ​ລວມ ​ໃນ​ບັນດາ​ສິ່ງ​ທ້າທ້າຍ​ທີ່​ພວມ​ວາງ​ອອກ​ໃຫ້​ແກ່​ພາກ​ພື້ນ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອົດສຕາ​ລີ ​ເລືອ​ງ​ແທງ​ຫງີ້ ຕາງໜ້າ​ໃຫ້​ຄະນະ​ກຳມະການ​ອາ​ຊຽນ ຢູ່ Canverra ຕີ​ລາຄາ​ສູງ​ບັນດາ​ການ​ພັດທະນາ​ຢ່າງ​ກະ​ໂດດ​ຂັ້ນ​ໃນ​ການ​ພົວພັນ​ລະຫວ່າງ​ອາ​ຊຽນ - ອົດສຕາ​ລີ ​ໃນ​ໄລຍະ 40 ປີຜ່ານມາ ​ໃນ​ບັນ​ດາ​ຂົງ​ເຂດ​ເສດຖະກິດ, ການ​ເມືອງ, ວັດທະນະທຳ​ສັງຄົມ, ພິ​ເສດ​ແມ່ນ​ນັບ​ຕັ້ງ​ແຕ່ 2 ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​​ໃນ​ປີ 2007 ​ແລະ ລົງ​ນາມ​ສັນຍາ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ອາ​ຊຽນ - ອົດສຕາ​ລີ - ນິວຊີ​ແລນ ປີ 2009. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລືອ​ງ​ແທງ​ຫງີ້ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ລັດອົດສຕາ​ລີ ຕາ​ເວັນ​ຕົກ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ​ກວ່າ​ອີກ, ພິ​ເສດ​ເມື່ອ​ປະຊາ​ຄົມ​ອາ​ຊຽນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ.

ຂ່າວ/ບົດ​ອື່ນ