ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ວັນນິງ
ກ່າວຄຳເຫັນທີ່ ພິທີຊຸມນຸມມິດຕິງ
(ພາບ: quandoinhandan)
|
Vovworld- ຕອນເຊົ້າວັນທີ 8/6, ພິທີຊຸມນຸມມິດຕິງຕອບສະໜອງວັນມະຫາສະໝຸດໂລກ 8/6 ແລະ ສັບປະດາທະເລ ໝູ່ເກາະຫວຽດນາມປີ 2013 ຖືກຈັດຂຶ້ນຢູ່ເຂດທ່ອງທ່ຽວທະເລ ທຽນເກີມ, ເມືອງ ເກີມຊວຽນ ແຂວງ ຮ່າຕິ້ງ. ນີ້ແມ່ນເຫດການປະຈຳປີ ມີຂອບຂະໜາດລະດັບຊາດໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມສົມທົບກັບຄະນະກຳມະການປະຊາຊົນແຂວງຮ່າຕິ້ງຈັດຕັ້ງຂຶ້ນ. ດ້ວຍຫົວເລື່ອງ “ ຮ່ວມແຮງຮ່ວມໃຈເພື່ອເຂດທະເລໝູ່ເກາະຂອງບ້ານເກີດເມືອງນອນ” ສັບປະດາທະເລ ໝູ່ເກາະຫວຽດນາມປີນີ້ ມຸ່ງໄປສູ່ຈຸດໝາຍສືບຕໍ່ຍົກສູງລະດັບຄວາມຮັບຮູ້ກ່ຽວກັບທີ່ຕັ້ງບົດບາດ, ຄວາມສຳຄັນຂອງທະເລໝູ່ເກາະ ໃນພາລະກິດທີ່ມີຕໍ່ເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມ ສະຫງົບ. ກ່າວຄຳເຫັນທີ່ ພິທີຊຸມນຸມມິດຕິງຕອບສະໜອງວັນມະຫາສະໝຸດໂລກ 8/6 ແລະ ສັບປະດາທະເລ ໝູ່ເກາະຫວຽດນາມປີ 2013, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ວູ້ວັນນິງ ເນັ້ນໜັກວ່າ :
“ ສືບຕໍ່ກໍ່ສ້າງ ແລະ ສ້າງລະບົບກົນໄກນະໂຍບາຍກ່ຽວກັບທະເລໃຫ້ສົມບູນແບບ. ເພີ່ມທະວີການຄຸ້ມຄອງຂຸດຄົ້ນແຫຼ່ງຊັບພະຍາກອນສິ່ງແວດລ້ອມທະເລຢ່າງມີປະສິດທິຜົນໃນພາລະກິດພັດທະນາເສດຖະກິດສັງຄົມ, ຮັບປະກັນ ການ ປ້ອງກັນຊາດປ້ອງກັນຄວາມສະຫງົບເພື່ອຜົນປະໂຫຍດຂອງປະຊາຊົນ. ຮີບເຮັ່ງສ້າງສຳເລັດເອກະສານແນະນຳ ແລະ ປະຕິບັດກົດໝາຍວ່າດ້ວຍທະເລຊຶ່ງສະພາແຫ່ງຊາດໄດ້ຮັບຮອງເອົາ ແລະ ປະຕິບັດບັນດາສົນທິສັນຍາສາກົນຊຶ່ງຫວຽດນາມໄດ້ເຂົ້າຮ່ວມຢ່າງເຂັ້ມງວດ ”
ໂດຍແມ່ນທ້ອງຖິ່ນຕັ້ງຢູ່ແຄມທະເລ, ແຂວງຮ່າຕິ້ງກຳນົດວ່າ ເສດຖະກິດທະເລແມ່ນປາຍແຫຼມເພື່ອພັດທະນາ, ກຳນົດການພັດທະນາເສດຖະກິດທະເລແບບຍືນຍົງເພື່ອຮ່ວມແຮງຮ່ວມໃຈປົກປັກຮັກສາຊັບພະຍາກອນທະເລ ແລະ ອະທິປະໄຕຜືນແຜ່ນດິນບົນທະເລ. ທ່ານ ວໍ້ກິມກຶ ປະທານຄະນະກຳມະການປະຊາຊົນແຂວງຮ່າຕິ້ງໃຫ້ຮູ້ວ່າ :
“ ຍູ້ແຮງວຽກງານໂຄສະນາກ່ຽວກັບທະເລໝູ່ເກາະ, ສ້າງການຫັນປ່ຽນພື້ນຖານໃນການຮັບຮູ້ການກະທຳຂອງຂະແໜງການຂັ້ນຕ່າງໆ, ປະຊາຊົນທຸກຊັ້ນວັນນະ ກ່ຽວກັບທີ່ຕັ້ງຍຸດທະສາດຂອງເຂດທະເລໝູ່ເກາະ. ກ່ອນອື່ນໝົດ ແມ່ນຜັນຂະຫຍາຍວຽກງານວາງແຜນກຳນົດ, ໃນນັ້ນກຳນົດທິດຢ່າງຈະແຈ້ງກ່ຽວກັບຍຸດທະສາດຂອງເຂດເສດຖະກິດວູ້ງອ້າງ ”