ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຢູ່ຫລັກໝາຍເລກ 460
ພາບ:truongtansang.net
|
(vovworld)- ຕອນເຊົ້າວັນທີ 9/7 ຢູ່ດ່ານສາກົນແທງຖູຍແຂວງເຫງະອານຂອງຫວຽດນາມ ແລະ ນ້ຳອອນແຂວງບໍລິຄຳໄຊຂອງລາວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ໄດ້ເປັນປະທານຮ່ວມພິທີຊົມເຊີຍຜົນສຳເລັດຂອງວຽກງານປັກຫລັກໝາຍຖີ່, ບູລະນະຫລັກໝາຍຊາຍແດນສອງປະເທດໃນພື້ນທີ່ຕົວຈິງ ແລະ ເປີດສະຫຼອງຫຼັກໝາຍໃຫ່ຍເລກທີ 460. ພາຍຫລັງຜັນຂະຫຍາຍໂຄງການປັກຫລັກໝາຍຖີ່ ແລະ ບູລະນະຫລັກໝາຍຊາຍແດນ ຫວຽດນາມ - ລາວ, ລາວ - ຫວຽດນາມ, ສອງຝ່າຍໄດ້ກໍ່ສ້າງລະບົບຫລັກໝາຍຊາຍແດນດ້ວຍ 835 ຫລັກໝາຍ ເຮັດດ້ວຍຫີນແກ້ວຢ່າງຖາວອນຢູ່ 793 ຈຸດທີ່ຕັ້ງ ແລະ ປັກຫລັກໝາຍບອກທິດເພີ່ມ 20 ຫລັກໝາຍຢູ່ເຂດຊາຍແດນມີຄວາມຍາວ 2.067 ກິໂລແມັດ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີນຢູງ ເນັ້ນໜັກວ່າ: ວຽກງານປັກຫລັກໝາຍຖີ່, ບູລະນະຫລັກໝາຍຊາຍແດນສອງປະເທດຫວຽດນາມ-ລາວ ແມ່ນສັນຍາລັກຂອງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ, ບໍລິສຸດຜຸດຜ່ອງລະຫວ່າງຫວຽດນາມ-ລາວ, ສະແດງໃຫ້ເຫັນຄວາມເປັນເອກະພາບຢ່າງສູງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນລະຫວ່າງການນຳທຸກຂັ້ນ ແລະ ປະຊາຊົນສອງປະເທດ. ເລື່ອງປະຕິບັດວຽກງານປັກຫລັກໝາຍຖີ່, ບູລະນະລະບົບຫລັກໝາຍຊາຍແດນສອງປະເທດຈະສ້າງເງື່ອນໄຂສະດວກໃຫ້ແກ່ວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວ….ປະກອບສ່ວນປັບປຸງຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
“ພິທີຊົມເຊີຍການປັກຫລັກໝາຍໃຫຍ່ 460 ສຳເລັດ ເປັນຂີດໝາຍຂອງການປະຕິບັດວຽກງານປັກຫລັກໝາຍຖີ່, ບູລະນະຫລັກໝາຍຊາຍແດນຢູ່ພື້ນທີ່ຕົວຈິງສຳເລັດຜົນ. ນີ້ແມ່ນໄຊຊະນະລວມຂອງສອງປະເທດພວກເຮົາໃນການກໍ່ສ້າງເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ພ້ອມກັນພັດທະນາ. ເຫດການນີ້ແມ່ນສ້າງຄວາມສະດວກໃຫ້ແກ່ການແລກປ່ຽນ, ຮ່ວມມືພັດທະນາເສດຖະກິດຂອງສອງແຂວງ ເຫງ້ອານ ແລະ ບໍລິຄຳໄຊ ພ້ອມທັງເປີດກາລະໂອກາດໃຫມ່ໃນການຊຸກຍູ້ຮ່ວມມືເສດຖະກິດ, ການຄ້າ, ການລົງທຶນໃຫ້ແກ່ບັນດາວິສາຫະກິດ, ນັກລົງທຶນສອງປະເທດ ແລະ ສາກົນ ເຂົ້າບໍລິເວນນີ້, ເຮັດໃຫ້ດ່ານຊາຍແດນ ແທງຖູຍ- ນ້ຳອອນກາຍເປັນສະຖານທີ່ດູດດື່ມນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.”
ສ່ວນທ່ານນາຍົກລັດຖະມົນຕີ ລາວ ທອງສິງ ທຳມະວົງ ຢືນຢັນຄວາມຕັດສິນໃຈຂອງລັດຖະບານ ແລະ ປຊຊ ລາວ ແມ່ນສົມທົບກັບລັດທະບານ ແລະ ປຊຊ ຫວຽດນາມ ສ້າງເສັ້ນຊາຍແດນຂອງສອງປະເທດເປັນເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ, ຮ່ວມມື ແລະ ພ້ອມກັນພັດທະນາ. ທ່ານນາຍົກລັດຖະມົນຕີ ທອງສິງ ທຳມະວົງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແຫນງການກ່ຽວຂ້ອງຂັ້ນສູນກາງ, ອຳນາດການປົກຄອງທ້ອງຖິ່ນ, ກຳລັງປະກອບອາວຸດ ແລະ ປຊຊ ທັງໝົດຂອງສອງປະເທດຈົ່ງປະກອບສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາຫລັກໝາຍຊາຍແດນ, ເຄົາລົບອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງກັນ ແລະ ຊ່ວຍເຫລືອກັນໃນທຸກດ້ານເພື່ອຄວາມວັດທະນາຖາວອນຍາວນານຂອງສອງປະເທດ.
ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແລະ ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ໄປຢ້ຽມຢາມ ຮາກຖານການຜະລິດຈຳນວນຫນຶ່ງຢູ່ ແຂວງ ເຫງ້ອານ ແລະ ຢ້ຽມຢາມ ຮູບແບບປູກ ແລະ ພັດທະນາຕົ້ນຢາງພາລາຢູ່ ຕາແສງ ແທນດືກ ເມືອງ ແທນເຈືອງ ແຂວງເຫງ້ອານ.
ນາຍົກລັດຖະມົນຕີທັງສອງທ່ານສະເຫນີບັນດາອົງການກ່ຽວຂ້ອງຂອງສອງປະເທດສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ຮີບເຮັ່ງສ້າງ ແລະ ລົງນາມໃນບັນດາເອກະສານນິຕິກຳກ່ຽວຂ້ອງເຖິງຊາຍແດນ, ຕັດສິນໃຈສຳເລັດວຽກງານທີ່ຍັງເຫລືອຂອງໂຄງການປັກຫລັກໝາຍຖີ່, ບູລະນະລະບົບຫລັກໝາຍຊາຍແດນ ຫວຽດນາມ - ລາວ ໃນປີ 2014.
ທ່ານຟ້າມບິງມິງ ລັດຖະມົນຕີການຕ່າງປະເທດຫວຽດນາມ
(ພາບ:tgvn.com.vn)
ໃນໂອກາດນີ້, ເມື່ອຕອບສຳພາກຕໍ່ວົງການນັກຂ່າວ, ທ່ານຟ້າມບິງມິງ ລັດຖະມົນຕີການຕ່າງປະເທດຫວຽດນາມ ຫົວໜ້າຄະນະຊີ້ນຳແຫ່ງລັດກ່ຽວກັບການຂິດເສັ້ນຊາຍແດນປັກຫຼັກໝາຍຊາຍແດນໃນເຂດດິນຕໍ່ແຜ່ນໄດ້ເນັ້ນຫນັກວ່າ:
”ເຫດການນີ້ມີຄວາມໝາຍດ້ານການເມືອງອັນໃຫ່ຍຫຼວງທີ່ສຸດ ຊື່ງສະແດງໃຫ້ເຫັນຄວາມເຫັນດີເປັນເອກະສັນສູງ, ຄວາມໄວ້ເນື້ອເຊື່ອໃຈ, ເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນລະຫວ່າງສອງພັກ, ສອງລັດ ແລະ ປຊຊ ສອງປະເທດ, ແມ່ນສັນຍາລັກຢ່າງມີຊີວິດຊີວາຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດບົນຫຼັກການເຄົາລົບເອກະລາດ, ອະທິປະໄຕຜືນແຜ່ນດິນທີ່ຄົບຖ້ວນ ແລະ ຜົນປະໂຫຍດອັນຊອບທຳຂອງກັນ, ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ ເພື່ອເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມືພ້ອມກັນພັດທະນາ, ເພື່ອຜົນປະໂຫຍດຂອງ ປຊຊ ສອງປະເທດ. ໂຄງການປັກຫລັກໝາຍຖີ່, ບູລະນະຫລັກໝາຍຊາຍແດນສອງປະເທດຫວຽດນາມ-ລາວ ຈະໄດ້ຮັບການປະຕິບັດສຳເລັດໃນປີ 2014 ປະກອບສ່ວນສຳຄັນໃນການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ ຕອບສະໜອງຄວາມມຸ້ງມາດປາດຖະໜາຂອງ ປຊຊ ສອງປະເທດ”.
ຫວຽດນາມ ແລະ ລາວ ມີເສັ້ນຊາຍແດນລວມທີ່ມີລວງຍາວ 2067 ກມ ຊື່ງຕິດກັບ 10 ຄູ່ແຂວງຊາຍແດນທາງທິດຕາເວັນຕົກ ແລະ ຕາເວັນຕົກສຽງເໜືອ. ເພື່ອແນໃສ່ສ້າງລະບົບເສົາຫຼັກໝາຍຊາຍແດນແຫ່ງຊາດທີ່ທັນສະໄໝ, ເໝາະສົມກັບເງື່ອນໄຂຕົວຈິງຂອງແແຕ່ລະປະເທດ. ຕອບສະໜອງຄວາມຮຽກຣ້ອງຕ້ອງການຂອງວຽກງານຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນໃນສະພາບການໃໝ່, ນັບແຕ່ປີ 2008, ສອງປະເທດໄດ້ສົມທົບກັນຜັນຂະຫຍາຍໂຄງການປັກຫລັກໝາຍຖີ່, ບູລະນະຫລັກໝາຍຊາຍແດນສອງປະເທດຫວຽດນາມ-ລາວ. ຈຸດສຸມຂອງໂຄງການແມ່ນເພີ່ມຈຳນວນເສົາຫຼັກໝາຍ, ບູລະນະ, ກໍ່ສ້າງໃໝ່ເສົາຫຼັກໝາຍທີ່ມີໃນປະຈຸບັນ ເພື່ອເຮັດແຈ້ງເສັ້ນຊາຍແດນຢູ່ພື້ນທີ່ຕົວຈິງ, ບໍ່ດຳເນີນການຂີດເສັ້ນຊາຍແດນຄືນໃໝ່ ພ້ອມທັງປັບປຸງສຳເນົາເອກະສານດ້ານກົດໝາຍກ່ຽວກັບເສັ້ນຊາຍແດນຫວຽດນາມ-ລາວ ໃຫ້ສຳເລັດ.