ພິທີຍ້ອງຍໍຊາວໜຸ່ມກ້າວໜ້າປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່
(vovworld) – ຕອນເຊົ້າວັນທີ 17/8, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍຊາວໜຸ່ມກ້າວໜ້າປະຕິບັດຕາມຄຳສັ່ງສອນຂອງລຸງໂຮ່ ທົ່ວປະເທດຄັ້ງທີ 3 ປີ 2014. ມີແບບຢ່າງ 20 ຄົນ ໄດ້ຮັບການຍ້ອງຍໍ ນັ້ນແມ່ນບັນດາຊາວໜຸ່ມທີ່ດີເດັ່ນຕາງໜ້າໃຫ້ຊາວໜຸ່ມນັບພັນຄົນທີ່ພວມຕັ້ງໜ້າຮຳ່ຮຽນ, ສູ້ຊົນ, ຝຶກຝົນຫຼໍ່ຫຼອມຄຸນສົມບັດຕາມແບບຢ່າງ, ແບບແຜນ, ຄຸນສົມບັດປະທານໂຮ່ຈີມິນ ດ້ວຍບັນດາວຽກງານທີ່ແທດຈິງໃຫ້ແກ່ວົງຄະນາຍາດ ແລະ ສັງຄົມ. ຮ້ອຍເອກ ເກິ໋ນງອດເຊີນ, ຂຶ້ນກັບກອງບັນຊາການທະຫານເຮືອເຂດ 4 - ແມ່ນໜຶ່ງໃນບັນດາຊາວໜຸ່ມທີ່ດີເດັ່ນໄດ້ຮັບການຍ້ອງຍໍໃນຄັ້ງນີ້, ແບ່ງປັນວ່າ:
“ຂ້າພະເຈົ້າຮູ້ສຶກເອກອ້າງທະນົງໃຈທີ່ຕາງໜ້າໃຫ້ນັກຮົບໜຸ່ມກອງທັບເຮືອທີ່ໄດ້ຮັບການຍ້ອງຍໍໃນຄັ້ງນີ້. ເພື່ອສົມກຽດທີ່ໄດ້ຮັບ, ຂ້າພະເຈົ້າກຳນົດວ່າ, ຜ່ານກອງປະຊຸມໃຫຍ່ຈະນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ນີ້ມາເຜີຍແຜ່ຢ່າງກວ້າງຂວາງເຖິງບັນດາຄະນະຊາວໜຸ່ມອື່ນໆ“.
ກ່າວຄວາມເຫັນທີ່ກອງປະຊຸມໃຫຍ່, ທ່ານ ເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ, ເນັ້ນໜັກວ່າ:
“ພັກ, ລັດ ແລະ ປະຊາຊົນເຮົາຍາມໃດກໍ່ເຊື່ອໝັ້ນ ແລະ ຕັ້ງຄວາມຫວັງຕໍ່ລຸ້ນໜຸ່ມ, ເຊິ່ງແມ່ນເຈົ້າຂອງປະເທດຊາດ. ພວກເພື່ອນໜຸ່ມຈົ່ງເຝຶກຝົນຫຼໍ່ຫຼອມຄຸນສົມບັດ, ພູມປັນຍາ, ສ້າງຄວາມໄຝ່ຝັນ, ສືບຕໍ່ມູນເຊື້ອຂອງລຸ້ນພໍ່, ລຸ້ນອ້າຍ, ອອກແຮງແຂ່ງຂັນກັນຮຳ່ຮຽນ, ອອກແຮງງານຢ່າງມີຫົວຄິດປະດິດສ້າງ, ປະກອບສ່ວນສ້າງສາປະເທດຫວຽດນາມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ, ສີວິໄລ, ຮຽງບ່າຮຽງໄຫລ່ກັບເພື່ອນມິດ 5 ທະວີບ, ສ້າງເປັນຊໍ່ດອກໄມ້ຖະຫວາຍຕໍ່ລຸງໂຮ່, ອວຍພອນກອງປະຊຸມໃຫຍ່ພັກທຸກຂັ້ນ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12“