(vovworld) - ຕອນຄໍ່າວັນທີ 15/10, ຢູ່ຮ່າໂນ້ຍ, ສູນກາງສະຫະພັນຊາວໜຸ່ມຫວຽດນາມ ໄດ້ຈັດຕັ້ງການສະເຫຼີມສະຫຼອງ 56 ປີແຫ່ງວັນມູນເຊື້ອສະຫະພັນຊາວໜຸ່ມຫວຽດນາມ (1956 - 2012), ຍ້ອງຍໍສັນລະເສີນ ແລະ ມອບລາງວັນ “ເມື່ອປະເທດຊາດຕ້ອງການ” ໃຫ້ແກ່ 56 ກອງ, ຫົວໜ້າກຸ່ມຊາວໜຸ່ມດຳເນີນທຸລະກິດເກັ່ງ. ຊາວໜຸ່ມດີເດັ່ນ 56 ຄົນທີ່ໄດ້ຮັບລາງວັນ “ເມື່ອປະເທດຊາດຕ້ອງການ” ແລະ ຍ້ອງຍໍບັນດາກອງ, ຫົວໜ້າກຸ່ມຊາວໜຸ່ມດຳເນີນທຸລະກິດເກັ່ງ ແລະ ເຄື່ອນໄຫວຜະລິດດຳເນີນທຸລະກິດໃນຫຼາຍຂົງເຂດທີ່ແຕກຕາງກັນຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ການຄ້າເອເລກໂຕນິກ, ທີ່ປຶກສາອອກແບບກໍ່ສ້າງ, ຜະລິດດຳເນີນທຸລະກິດຫີນກໍ່ສ້າງ, ລ້ຽງສັດ… ກ່າວຄຳເຫັນທີ່ພິທີ, ທ່ານ Nguyen Phuoc Loc, ປະທານສູນກາງສະຫະພັນຊາວໜຸ່ມຫວຽດນາມ ຊີ້ແຈ້ງວ່າ
“ໃນແຕ່ລະໄລຍະທາງຂອງພັກ, ດ້ວຍບົດບາດເປັນແກ່ນສານຂອງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ສະຫະພັນຊາວໜຸ່ມຫວຽດນາມ ໄດ້ມີບັນດາການປະກອບສ່ວນເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຫວຽດນາມ ສັງຄົມນິຍົມໄວ້ຢ່າງໝັ້ນຄົງ. ນັ້ນແມ່ນຈິດໃຈ “ຄວາມສາມັກຄີສະໜິດຕິດພັນນຳກັນ, ພ້ອມກັນກ້າວໜ້າໃນອົງການຈັດຕັ້ງສະມາຄົມ, ເຊື້ອໝັ້ນ, ມີຄວາມເອກອ້າງທະນົງໃຈ ແລະ ພະຍາຍາມອອກແຮງສ້າງສະຫະພັນຊາວໜຸ່ມຫວຽດນາມ ເພື່ອແນໃສ່ສາມັກຄີເຕົ້າໂຮມ ແລະ ສ້າງແຫຼ່ງຊາວໜຸ່ມທີ່ກ້າໄປທຸກບ່ອນທີ່ລຳບາກກາກກຳທີ່ສຸດ, ເມື່ອພັກ, ປະເທດຊາດ ແລະ ປະຊາຊົນຮຽກຮ້ອງຕ້ອງການຊາວໜຸ່ມຂານອາສາ”.