ທ່ານ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມງານບຸນ
(ພາບ: nld.com.vn)
(vovworld) – ຕອນເຊົ້າວັນທີ 16/4, ກົງກັບວັນທີ 10/3 ໄລ່ຕາມຈັນທະປະຕິທິນ, ພິທີບູຊາເຈົ້າຊີວິດຮູ່ງ ໄດ້ຮັບການຈັດຕັ້ງຢ່າງສົມກຽດຢູ່ວິຫານ ກີ໋ງທຽນ ໃນຈອມພູທີ່ສັດສິດ ເຫງຍຫລີງ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດ ວິຫານຮູ່ງ, ແຂວງ ຟູ໋ເທາະ. ເຂົ້າຮ່ວມພິທີບູຊາປີນີ້, ມີທ່ານ ຫງວຽນຟູ໋ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ຫງວຽນວັນບີ່ງ, ຫົວໜ້າຄະນະເສດຖະກິດສູນກາງ, ການນຳບັນດາກະຊວງ, ຂະແໜງການ, ອົງການສູນກາງ ແລະ ປະຊາຊົນໃນທົ່ວປະເທດເປັນຈຳນວນຫຼວງຫຼາຍ. ໃນບັນຍາກາດທີ່ເຄັ່ງຂຶມ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ບັນດາການນຳພັກ, ລັດ, ແຂວງ ຟູ໋ເທາະ, ບັນດາກະຊວງ, ຄະນະ, ຂະແໜງການ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງຂອງບູຊາຕ່າງໆເພື່ອອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດາເຈົ້າຊີວິດຮູ່ງ ໃນການສ້າງສາປະເທດຊາດ, ຂໍໃຫ້ປະເທດຊາດມີຄວາມວັດຖະນາຖາວອນ, ປະຊາຊົນມີຄວາມຜາສຸກ, ປະເທດຊາດນັບມື້ນັບໝັ້ນຄົງເຂັ້ມແຂງ.
ພາຍຫຼັງພິທີຖະຫວາຍທູບທຽນຢູ່ວິຫານເທຶ້ື້ອງ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ບັນດາການນຳໄດ້ວາງດອກໄມ້ ແລະ ທູບທຽນຢູ່ສຸສານເຈົ້າຊີວີດຮູ່ງອົງທີ 6 ແລະ ວິຫານບູຊາ ລາກລອງກວນ, ບັນພະບຸລຸດຂອງປະເທດຊາດ.
ໃນວັນທີ 10/3 ໄລ່ຕາມຈັນທະປະຕິທິນ, ຫຼາຍທ້ອງຖິ່ນໃນທົ່ວປະເທດໄດ້ຈັດຕັ້ງພິທີບູຊາເຈົ້າຊີວິດຮູ່ງ ຢ່າງສົມກຽດເຊັນດຽວກັນ.