ພິທີມອບຮູບພາບວາງສະແດງ“ເສັ້ນທາງໂຮ່ຈີມິນສາຍພູຫຼວງຕາເວັນຕົກຢູ່ດິນແດນລາວ“
ມິ້ບິ່ງ -  
(ພິທີມອບຮູບພາບວາງສະແດງ “ທາງໂຮ່ຈີມິນແຫ່ງເທບນິຍາຍ
ໃນດິນແດນລາວ ໄລຍະ 1961-1975“)
(vovworld) - ຕອນເຊົ້າວັນທີ 27/10, ຫໍພິພິດທະພັນປະຫວັດສາດກອງທັບປະຊາຊົນ ລາວ ຢູ່ນະຄອນຫຼວງວຽງຈັນ, ສະຖານທູດ ຫວຽດນາມ ປະຈຳລາວໄດ້ຈັດ ພິທີມອບຮູບພາບວາງສະແດງ “ເສັ້ນທາງໂຮ່ຈີມິນແຫ່ງເທບນິຍາຍໃນດິນແດນລາວ ໄລຍະ 1961-1975“ ໃຫ້ຫໍພິພິດທະພັນ ກອງທັບປະຊາຊົນລາວ. ພາຍຫຼັງສະຖານທູດ ຫວຽດນາມ ປະຈຳລາວ ແລະ ກະຊວງປ້ອງກັນປະເທດລາວ ສົມທົບກັນຈັດຕັ້ງງານວາງສະແດງດັ່ງກ່າວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີ ແຫ່ງວັນເປີດເສັ້ນທາງພູຫຼວງຕາເວັນຕົກ (1961-2016) ຢູ່ຫໍພິພິດທະພັນປະຫວັດສາດກອງທັບປະຊາຊົນ ລາວ ແລະ ຫໍວັດທະນະທຳແຂວງ ສະຫວັນນະເຂດ, ທາງພາກກາງ ລາວ. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ສືບຕໍ່ໂຄສະນາ, ສຶກສາໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນ ລາວມີຄວາມເຂົ້າໃຈຕື່ມອີກກ່ຽວກັບມູນເຊື້ອ, ພາລະກິດອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນຂອງສາຍທາງແຫ່ງເທບນິຍາຍນີ້.
ກ່າວຄວາມເຫັນທີ່ພິທີ, ພົນຈັດຕະວາ ວັນທອງ ກົງມະນີ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ, ໃຫ້ຮູ້ວ່າ:
(ພົນຈັດຕະວາ ວັນທອງ ກົງມະນີ)
ມິ້ບິ່ງ