ພິທີສະເຫຼີມສະຫຼອງ 15 ປີ ແຫ່ງວັນສ້າງຕັ້ງ ແຂວງບີ່ງເຢືອງ

ຕອນ​ຄ່ຳ​ວັນ​ທີ 31/12, ຢູ່​ນະຄອນ​ໃໝ່​ບີ່​ງ​ເຢືອງ, ທ່ານ​ປະທານ​ປະ​ເທດ​ຫວຽດ ນາມ​ເຈືອງ​ເຕີນ​ຊາງ, ອະ​ດິດປະທານ​ປະ​ເທດ​ຫງວຽນ​ມິ​ງຈຽດ, ບັນດາ​ແມ່​ຫວຽດນາມ​ວິລະ​ຊົນ, ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ, ​ແຂວງ, ນະຄອນ, ພະນັກງານ​ການ​ນຳ​ແຂວງ​ຜ່ານ​ແຕ່ລະ​ໄລ​ຍະ ​ແລະ​ຜູ້​ຕາງ​ໜ້າ​ວິ​ສາ​ຫະກິດ 300 ​ແຫ່ງ​ຢູ່​ພາຍ​ໃນ ​ແ​ລະ​ຕ່າງປະ​ເທດ…​ໄດ້​ເຂົ້າຮ່ວມ​ພິທີ​ສະ​ເຫຼີມສະຫຼອງ 15 ປີ​ແຫ່ງ​ວັນ​ສ້າງຕັ້ງ​ແຂວງ​ຄືນ​ໃໝ່ (1/1/1997-1/1//2012). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ເຈືອງ​ເຕີນ​ຊາງຖື​ວ່າ, ບັນດາ​ຜົນງານ​ດ້ານ​ເສດຖະ ກິດ-​ສັງຄົມຂອງ​ແຂວງ​ໃນ 15 ປີຜ່ານມາ ​ໄດ້​ເຮັດ​ໃຫ້​​ໂສມ​ໜ້າ​ຂອງ​ບີ່​ງ​ເຢືອງມີ​ການ​ປ່ຽນ​ແປງ ​ແລະ​ທ່ານ​ສະ​ເໜີ​ໃຫ້​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ບີ່​ງ​ເຢືອງຄວນ​ສຸມ​ໃສ່​ປ່ຽນ ​ໃໝ່​ຮູບ​ການຈະ​ເລີ​ນ​ເຕີບ​ໂຕ, ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ​ການ​ແກ່ງ​ແຍ້​ງ, ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ​ຍື່ນຍົງ.
ຂ່າວ/ບົດ​ອື່ນ