ພິ​ທີ​ສະ​ເຫຼີມ​ສະຫຼອງ 243 ປີແຫ່ງວັນ​ຊາດ ອາ​ເມ​ລິກ​າ

(VOVWORLD) - ທ່ານ ຈູງອັກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມຖື ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ, ປາດຖະໜາຢາກນຳການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນກ່ວາອີກໃນໄລຍະຈະມາເຖິງ

        ຕອນຄ່ຳວັນທີ 11 ມິຖຸນາ, ຢູ່ຮ່າໂນ້ຍ,ທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Daniel Kritenbrink ໄດ້ເປັນເຈົ້າພາບພິທີສະເຫຼີມສະຫຼອງ 243 ປີແຫ່ງວັນ ຊາດ ສະຫະລັດ ອາເມລິກາ. ກ່າວຄຳເຫັນນະທີ່ນີ້, ທ່ານ ຈູງອັກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມຖື ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືທີ່ສຳຄັນແຖວໜ້າ, ປາດຖະໜາຢາກນຳການພົວພັນລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ມີປະສິດທິຜົນກ່ວາອີກໃນໄລຍະຈະມາເຖິງ. ທ່ານ ຈູງອັກແອັງ ໄດ້ເນັ້ນໜັກວ່າ: ບັນດາໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາໄດ້ສ້າງພື້ນຖານເພື່ອໃຫ້ສອງປະເທດມຸ່ງໄປເຖິງປີ 2020 ດ້ວຍເຫດການທີ່ສຳຄັນຫຼາຍຢ່າງໃນການພົວພັນລະຫວ່າງສອງປະເທດ, ໃນນັ້ນມີບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ອາເມລິກາ. ເມື່ອ ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020 ແລະ ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 -2021 ສອງປະເທດຈະມີໂອກາດຫຼາຍຢ່າງໃນການສົມທົບກັນແກ້ໄຂບັນດາບັນຫາໃນພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ