ທ່ານ Herminio Lopez Diaz ແລະ ທ່ານ ຫງວຽນດັງຕ໋ຽນ
|
(vovworld) - ພິທີສະເຫຼີມສະຫຼອງ 54 ປີແຫ່ງວັນໄຊຊະນະ Giron ແລະ ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ-ກູບາ ໂດຍວິທະຍຸກະຈາຍສຽງ ຫວຽດນາມ ແລະ ສູນກາງສະມາຄົມມິດຕະພາບ ຫວຽດນາມ - ກູບາ ສົມທົບກັນຈັດຕັ້ງໃນຕອນເຊົ້າວັນທີ 10/4, ຢູ່ຮ່າໂນ້ຍ. ທີ່ພິທີສະເຫຼີມສະຫຼອງ, ບັນດາຜູ້ແທນໄດ້ທົບທວນຄືນໄຊຊະນະ Giron ປະຫວັດສາດຂອງ ກູບາ ກ່ອນນີ້ 54 ປີ (19/4/1961 – 19/4/2015), ພ້ອມທັງໄດ້ຊີ້ແຈ້ງຄວາມສຳຄັນຂອງໄຊຊະນະນີ້. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ຫງວຽນດັງຕ໋ຽນ, ຢັ້ງຢືນວ່າ:
“ໄຊຊະນະ Giron ເມື່ອປີ 1961 ແມ່ນໜຶ່ງໃນບັນດາປະຫວັດສາດອັນສະຫງ່າລາສີ ແລະ ເຕັ້ມໄປດ້ວຍເອກອ້າງທະນົງໃຈຂອງປະເທດ ກູບາ. ການນຳພາທີ່ສະຫຼາດສະຫຼຽວ ແລະ ຍຸດທະໂຍບາຍການທະຫານທີ່ປິຊາສາມາດຂອງຜູ້ບັນຊາການໃຫຍ່ Fidel Castro ພ້ອມກັບການຕໍ່ສູ້ອັນພິລະອາດຫານທີ່ບໍ່ຍອມຈຳນົນຂອງປະຊາຊົນ ກູບາ ໄດ້ປະກອບສ່ວນນຳການປະຕິວັດ ກູບາ ຍາດໄດ້ໄຊຊະນະສຸດທ້າຍ. ອາດເວົ້າໄດ້ວ່າ, ໄຊຊະນະ Giron ບໍ່ພຽງແຕ່ມີຄວາມໝາຍອັນຍິ່ງໃຫຍ່ໃນພາລະກິດຕໍ່ສູ້, ປົກປັກຮັກສາພື້ນຖານເອກະລາດຂອງປະເທດຊາດ ແລະ ປະຊາຊົນ ກູບາ ເວົ້າສະເພາະ ແລະ ທັງພາກພື້ນ ອາເມລິກາ ລາຕີງ ເວົ້າລວມເທົ່ານັ້ນ, ຫາກຍັງແມ່ນແຫຼ່ງລະດົມກຳລັງໃຈອັນໃຫຍ່ຫຼວງຕໍ່ຂະບວນການປົດປ່ອຍຊາດຂອງໂລກ, ໃນນັ້ນມີປະຊາຊົນຫວຽດນາມ ອີກດ້ວຍ.”
ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ. ກູບາ ປະຈຳ ຫວຽດນາມ Herminio Lopez Diaz, ເນັ້ນໜັກວ່າ: ນ້ຳໃຈສາມັກຄີທີ່ປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ປະຊາຊົນ ກູບາ ຍາມໃດກໍ່ແມ່ນຊັບສົມບັດອັນລ້ຳຄ່າ. ທ່ານກ່າວວ່າ:
“ສຳລັບ ກູບາ ແລ້ວ, ບົດຮຽນຂອງປະຊາຊົນ ຫວຽດນາມ ອ້າຍນ້ອງໃນວິວັດການແຫ່ງການປ່ຽນໃໝ່ຈະສືບຕໍ່ແມ່ນເອກະສານທາບທາມທີ່ຈຳເປັນ. ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈຕໍ່ບັນດາສາຍພົວພັນອັນດີງາມລະຫວ່າງ 2 ພັກ, 2 ລັດ ແລະ 2 ລັດຖະບານ ແລະ 2 ຊາດພວກເຮົາ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ: ວິວັດການຫັນເປັນຮູບແບບເສດຖະກິດ ກູບາ, ເຊິ່ງປີກ່ອນບັນລຸໄດ້ບາດກ້າວບຸກທະລຸນັັ້ນແມ່ນເລື່ອງຮັບຮອງເອົາກົດໝາຍວ່າດ້ວຍການລົງທຶນຕ່າງປະເທດສະບັບໃໝ່, ຈະສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ການເພີ່ມທະວີການພົວພັນເສດຖະກິດ, ການຄ້າ ແລະ ການຮ່ວມມືກັບ ຫວຽດນາມ”