ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12) ຢູ່ລາວ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12) ຢູ່ລາວ - ảnh 1
(ພິທີສະ​ເຫຼີມສະຫຼອງວັນສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ ຢູ່​ລາວ)

(vovworld) -     ຕອນ​ຄໍ່າ​ວັນ​ທີ 20/12, ​ທູດ​ການ​ທະຫານ​ປ້ອງ​ກັນ​ປະ​ເທດ, ຕາງໜ້າ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ປະຈຳ ສປປ ລາວ ​ໄດ້​ຈັດພິທີ​ສະ​ເຫຼີມສະຫຼອງ 68 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22/12/1944 - 22/12/2012). ກ່າວ​ຄຳ​ເຫັນ​ທີ່​ພິທີ, ພັນ​ເອກ ຕ່າວ​ວັນ​ທ໋າຍ, ທູດ​ການ​ທະຫານ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້​​ແນະນຳ​ໂດຍ​ຫຍໍ້ວິວັດ​ການ​ເຕີບ​ໃຫຍ່​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ, ບົດບາດ​ຂອງ​ກອງທັບ​ໃນ​ພາລະ​ກິດ​ສ້າງສາ, ພັດທະນາ ​ແລະ ຮັກສາສັນຕິພາບຂອງ​ປະ​ເທດ​ຊາດ ​ແລະ ​ໄດ້ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ກອງທັບ​ລາວ ​ເວົ້າ​ສະ​ເພາະ ກໍ​ຄື​ປະຊາຊົນ​ລາວ​ ອ້າຍ​ນ້ອງ​ເວົ້າ​ລວມ ຍາມ​ໃດ​ກໍ​ຮຽນ​ບ່າ​ຮຽງ​ໄລ່ພ້ອມ​ກັບ​ກອງທັບ​ປະຊາຊົນ​ຫວຽດນາມ ​ໃນ​ເມື່ອ​ກ່ອນ ກໍ​ຄື​ໃນ​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ