ການສະແດງຂັບວີ໋
(ພາບ: http://vtv.vn)
|
(vovworld) - ພິທີເຊີດຊູ “ຂັບວີ໋, ຢຳ້ພື້ນເມືອງເງ້ຕິງ ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງເປັນຕົວແທນຂອງມວນມະນຸດ“ ຈະດຳເນີນໃນຕອນຄຳ່ວັນທີ 31/1 ຢູ່ນະຄອນວິງ, ແຂວງເງ໋ອານ.
ຂັບວີ໋, ຢຳ້ພື້ນເມືອງເງ້ຕິງ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ເປັນຕົວແທນຂອງມວນມະນຸດ ໃນວັນທີ 27/11/2014 ຢູ່ປາຣີ, ປະເທດຝລັ່ງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ, ໂລກໄດ້ຕີລາຄາສູງຮູບການສິລະປະຂັບພື້ນເມືອງພິເສດນີ້, ພ້ອມທັງຊ່ວຍໃຫ້ວົງຄະນະຍາດ, ອຳນາດການປົກຄອງທ້ອງຖິ່ນມີຄວາມຮັບຜິດຊອບກວ່າອີກໃນການຮັກສາ, ສືບທອດ, ສົ່ງເສີມລຸ້ນໜຸ່ມຕັ້ງໜ້າຮຳ່ຮຽນ ແລະ ເຂົ້າຮ່ວມການຂັບເພງພື້ນເມືອງ, ແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳບໍ່ມີຮູບຮ່າງນີ້ໄວ້ຢ່າງໝັ້ນຄົງ.