ພິທີເຊີດຊູບັນດາກິດຈະກຳທີ່ດີເດັ່ນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ

(VOVWORLD) -ໃນຈຳນວນ 8 ກິດຈະກຳທີ່ໄດ້ຮັບການເຊີດຊູໃນພິທີ ກໍມີກິດຈະກຳ “ ເສັ້ນທາງໂຮ່ຈິມິນ ” “ ສາຍສົ່ງໄຟຟ້າ 500 ກິໂລວົນ ເໜືອ-ໃຕ້”; ດາວທຽມໂທລະຄົມຂອງຫວຽດນາມ, ໂຄງການສັກຢາເປີດກ້ວາງ
ພິທີເຊີດຊູບັນດາກິດຈະກຳທີ່ດີເດັ່ນໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 1ພິທີເຊີດຊູລາຍການຫວຽດນາມກຽດອັນສະຫງ່າ 

ພິທີເຊີດຊູລາຍການຫວຽດນາມກຽດອັນສະຫງ່າ ໄດ້ຖືກຈັກຂຶ້ນໃນຕອນເຊົ້າວັນທີ 28 ກໍລະກົດຢູ່ຮ່າໂນ້ຍ, ໃນຈຳນວນ 8 ກິດຈະກຳທີ່ໄດ້ຮັບການເຊີດຊູໃນພິທີ ກໍມີກິດຈະກຳ “ ເສັ້ນທາງໂຮ່ຈິມິນ ” “ ສາຍສົ່ງໄຟຟ້າ 500 ກິໂລໂວນ ເໜືອ-ໃຕ້”; ດາວທຽມໂທລະຄົມຂອງຫວຽດນາມ, ໂຄງການສັກຢາເປີດກ້ວາງ. ນີ້ແມ່ນບັນດາກິດຈະກຳດີເດັ່ນພິເສດ, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດນັບແຕ່ປີ 1975 ມາຮອດປັດຈຸບັນ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດີງເຫ້ວ ໄດ້ສະແດງຄວາມຫວັງວ່າ ພູມປັນຍາຫວຽດນາມຈະສືບຕໍ່ປະດິດຄິດສ້າງໃຫ້ມີບັນດາກິດຈະກຳທີ່ມີຄວາມໝາຍອັນສູງສົ່ງ. ທ່ານກ່າວວ່າ : 

   “ ອົງການກຳມະບານ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆຄວນສືບຕໍ່ຍູ້ແຮງບັນດາຂະບວນການແຂ່ງຂັນໃນໝູ່ພະນັກງານ ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ, ພິເສດໃນເງື່ອນໄຂຂະບວນການປະຕິວັດ 4.0. ສືບຕໍ່ຄົ້ນພົບ, ຍ້ອງຍໍ່ຊົມເຊີຍ, ທະວີຄູນບັນດາຕົວແບບດີເດັ່ນ, ບັນດາປັດໄຈໃໝ່, ນຳຂະບວນການແຂ່ງຂັນຮັກຊາດໃຫ້ຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ”

ຕອບກັບ

ຂ່າວ/ບົດ​ອື່ນ