ພິທີເປີດງານຕະຫຼາດນັດການທ່ອງທ່ຽວສາກົນຢູ່ນະຄອນໂຮ່ຈິມິນ
ງານຕະຫຼາດນັດການທ່ອງທ່ຽວສາກົນຢູ່ນະຄອນໂຮ່ຈິມິນ
(ພາບ: VGP)
(vovworld)- ດ້ວຍຫົວຂໍ້ “ 5 ປະເທດ, ຈຸດນັດພົບດຽວ”, ງານຕະຫຼາດນັດການທ່ອງທ່ຽວສາກົນນະຄອນໂຮ່ຈິມິນ ຖືກໄຂຂຶ້ນໃນຕອນຄ່ຳວັນທີ 10/9 ຢ່າງເປັນທາງການ. ໂດຍມີການເຂົ້າຮ່ວມຂອງລັດຖະມົນຕີ 5 ປະເທດຂຶ້ນກັບເຂດອະນຸພາກພື້ນແມ່ນ້ຳຂອງ ແລະ ເຈົ້າຄອງນະຄອນຕ່າງໆ: ພະນົມເປັນ, ວຽງຈັນ, ຢາງກຸງ, ບາງກອກ.
ກ່າວຄຳເຫັນທີ່ພິທີ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຮ່ວາງຕ໋ວນແອງ ຊີ້ແຈ້ງວ່າ: ພາຍຫຼັງຈັດຕັ້ງງານຕະຫຼາດນັດການທ່ອງທ່ຽວສາກົນ 9 ຄັ້ງ ຢູ່ນະຄອນໂຮ່ຈິມິນ ໄດ້ຢັ້ງຢືນໃຫ້ເຫັນບົດບາດ, ທີ່ຕັ້ງແມ່ນໜຶ່ງໃນບັນດາເຫດການທ່ອງທ່ຽວລະດັບຊາດອັນດັບໜຶ່ງຢູ່ ຫວຽດນາມ. ເລື່ອງສະເຫຼີມສະຫຼອງ 10 ປີ ແຫ່ງງານຕະຫຼາດນັດການທ່ອງທ່ຽວສາກົນນະຄອນໂຮ່ຈິມິນ ແມ່ນການຢືນຢັນຄວາມມານະພະຍາຍາມບໍ່ຢຸດຢັ້ງ ຂອງບັນດາປະເທດຂຶ້ນກັບອະນຸພາກພື້ນແມ່ນ້ຳຂອງຢ່າງແຮງ, ມຸ່ງໄປເຖິງຈຸດໝາຍເພື່ອນຳການທ່ອງທ່ຽວກາຍເປັນຂະແໜງເສດຖະກິດແກ່ງແຍ້ງຂອງທົ່ວເຂດ.
“ຫວັງວ່າ, ງານຕະຫຼາດນັດການທ່ອງທ່ຽວສາກົນນະຄອນໂຮ່ຈິມິນຈະເປີດກ້ວາງທັງຂອບຂະໜາດ, ທັງຍົກສູງຄຸນນະພາບຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍບົດບາດ ແມ່ນເຫດການທ່ອງທ່ຽວຂອງຫວຽດນາມ ແລະ ພາກພື້ນ, ແມ່ນພື້ນຖານເພື່ອໃຫ້ 5 ປະເທດຍູ້ແຮງການພັດທະນາທ່ອງທ່ຽວ ຂອງແຕ່ລະປະເທດເວົ້າສະເພາະ ແລະ ພາກພື້ນເວົ້າລວມ.
ທີ່ພິທີ, ຄະນະຈັດຕັ້ງກໍ່ມອບລາງວັນທ່ອງທ່ຽວແມ່ນ້ຳຂອງສາກົນ MTAA 2014 ຄັ້ງທີ 6 ເພື່ອເຊີດຊູບັນດາວິສາຫະກິດທີ່ໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ຂະແໜງທ່ອງທ່ຽວ.