ພິທີເລີ່ມຕີກາຢູ່ ວິຫານເຈີ່ນ ທີ່ແຂວງນາມດີ້ງ ແລະຮ່ານາມ

vov5.vn-ຕອນ​ຄ່ຳ​ວັນ​ທີ 5/2 ກົງ​ກັບ​ວັນ​ທີ 14 ​ເດືອນຈຽງປີ​ມະ​ໂຣງ ​​ໄລ່​ຕາມ​ຈັນທະ​ປະຕິທິນ, ຢູ່​ວິຫານ​ເຈີ່ນ​ເທືອງ, ຕາ​ແສງ​ເຍີນດ້າວ, ​ເມືອງ​ລີ​ເຍີນ ​ແຂວງ​ຮ່າ​ນາມ ​ໄດ້​ຈັດ​ງານ​ບຸນ​ແຈກ​ຢາຍ​ທັນ​ຍາ​ຫານ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ​ຫງວຽນ​ທິຢວານ, ຜູ້ຕາງໜ້າ​ບັນດາ​ກະຊວງ ຂະ​ແໜງການ​ສູນ​ກາງ, ທ້ອງ​ຖິ່ນ​ພ້ອມ​ດ້ວຍ​ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາລະ​ທິດ​ນັບ​ພັນ​ຄົນ​ໄດ້​ເຂົ້າຮ່ວມ. ພາຍຫລັງ​ໄດ້​ປະຕິບັດ​​ພິທີຕ່າງໆ, ບັນດາ​ພະ​ອາຈານ​ຂອງ​​ເມື​ອງລີ​ເຍີນ​ໄດ້​ຈັດ​ພິທີ ​ແລະ​ແຈກ​ຢາຍ​ທັນ​ຍາ​ຫານ​ຈຳນວນ 80.000 ຖົງ, ພິທີ​ແຫ່​ທັນ​ຍາ​ຫານ, ທະ​ຫວາຍ​ທູບ​ທຽນ, ​ເປີດ​ສາງ​ທັນ​ຍາ​ຫານ​ຢູ່​ສະຖານ​ທີ່​ແຈກ​ຢາຍ 21 ​ແຫ່ງ​, ບັນດາ​ຜູ້​ອາວຸ​ໂສ​ໃນ​ບ້ານ​ໄດ້​ແຈກ​ຢາຍ​ທັນ​ຍາ​ຫານ​ໃຫ້​ແຂກ​ທ່ອງ​ທ່ຽວ​ເປັນ​ຈຳນວນຫຼວງຫຼາຍ.

ພິທີເລີ່ມຕີກາຢູ່ ວິຫານເຈີ່ນ ທີ່ແຂວງນາມດີ້ງ ແລະຮ່ານາມ - ảnh 1
ແຂກມາທະຫວາຍທູບທຽນຢູ່ວິຫານເຈີ່ນ
ພາບ: TTXVN

   ວິຫານ​ເຈີ່ນ​ເທືອງ​ແມ່ນ​​ແຫ່​ງ​ບູຊາ ຮື​ງດ້າວ​ດາຍ​ເວື​ອງ​ເຈີ່ນ​ກວກ​ຕວນ ​ແລະ​ນາຍ​ພົນ​ທີ່​ມີ​ຄຸນງາມຄວາມດີ​ໃນ​ການ​ຕໍ່ຕ້ານ​​ເສິກ​ຕ່າງ​ດ້າວ​ແຢວນ​ເມິງ​ໃນ​ສັດຕະວັດ​ທີ 13.

   ​ແລະ​ກໍ​ໃນ ຕອນ​ຄ່ຳ​ວັນ​ທີ 5/2 ກົງ​ກັບ​ວັນ​ທີ 14 ​ເດືອນຈຽງປີ​ມະ​ໂຣງ ​​ໄລ່​ຕາມ​ຈັນທະ​ປະຕິທິນ,, ຢູ່​ແຂງ​ນາມ​ດິ້ງ ​ໄດ້​ຈັດ​ພິທີ​ເລີ່​ມຕີ​ກາ​ວິຫານ​ເຈີ່ນ ຊື່​ງຖືກ​ຈັດ​ຂຶ້ນ​ຕາມ​ຮີດຄອງ​ປະ​ເພນີ ​ແຕ່​ໃບ​ກາ​ປະ​ທັບ​​ເລີ່​ມ​ແຈກ​ຢາຍ​ນັບ​ແຕ່ 7 ​ໂມງ​ເຊົ້າຂອງວັນ​ທີ 15 ຮອດ​ທ້າຍ​ເດືອນຈຽງໄລ່​ຕາມ​ຈັນທະ​ປະຕິທິນ, ທ່ານ​ເລືອ​ງ ຮົ່ງກວາງ ຮອງ​ຫົວໜ້າ​ສະຖາ​ບັນ​ວັດທະນະທຳ​ສີ​ລະ​ປະ​ຫວຽດນາມ​ໃຫ້​ຮູ້​ວ່າ:  “ມາ​ຮອດ​ປະຈຸ​ບັນ, ຈຳນວນ​ຄົນ​ມາບໍ່​ຫຼາຍ​ຄື​ຊຸມ​ປີ​ກ່ອນໆ. ​ເພື່ອ​ເຮັດ​ໄດ້​ຄືນ​ແນວ​ນັ້ນ, ຂ້າພະ​ເຈົ້າຄິດ​ວ່າ ​ຕ້ອງ​ຈັດຕັ້ງ ​ແລະ​ໂຄສະນາ​ໃຫ້​ປະຊາຊົນ​ເຫັນ​ວ່າ ຄຸນຄ່າ​ຂອງ​ໃບ​ກາ​ປະ​ທັບ ​ແມ່ນ​ເພື່ອ​ຂໍ​ຄວາມ​ສະຫງົບ​ສຸກ ຫາກ​ບໍ່​ແມ່ນ​ການ​ຊື້​ຂາຍ​ຕຳ​ແໜ່​ງ. ແລະ​ເຂົາ​ເຈົ້າ​ມາ​ຕອນ​ໃດ​ກໍ​ໄດ້​ຮັບ​ໂຊກ​​ເອົາ​ໄຊ ​ແລະ​ໃບ​ກາປະ​ທັບຂອງ​ເຈົ້າຊີວິດ….

ຂ່າວ/ບົດ​ອື່ນ