ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍກ່າວຄຳເຫັນທີ່ພິທີໂຮມຊຸມນຸມມິດຕິງ ລະດັບຊາດເພື່ອຕອບສະໜອງວັນນ້ຳສາກົນ
(ພາບ: baomoi.com)
|
(vovworld)- ດ້ວຍຫົວເລື່ອງ “ ນ້ຳ ແລະ ພະລັງງານ” ພິທີໂຮມຊຸມນຸມມິດຕິງ ລະດັບຊາດເພື່ອຕອບສະໜອງວັນນ້ຳສາກົນໄດ້ຖືກໄຂຂຶ້ນໃນຕອນເຊົ້າວັນທີ 21/3 ຢູ່ນະຄອນ ລາຍເຈົາ ແຂວງ ລາຍເຈົາ ໂດຍມີການເຂົ້າຮ່ວມຂອງພະນັກງານກຳມະກອນ, ກຳລັງປະກອບອາວຸດ, ນັກຮຽນ ແລະ ປະຊາຊົນໃນບໍລິເວນນະຄອນ ລາຍເຈົາລວມປະມານກວ່າ 3.500 ຄົນ.
ກ່າວຄຳເຫັນທີ່ພິທີດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຮ່ວາງຈຸງຫາຍໄດ້ສະເໜີບັນດາທ້ອງຖິ່ນຄວນເພີ່ມທະວີວຽກງານປົກປັກຮັກສາ ແລະ ພັດທະນາປ່າ, ປົກປັກຮັກສາສິ່ງແວດລ້ອມ, ປົກປັກຮັກສາແຫຼ່ງນ້ຳ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍເນັ້ນໜັກວ່າ :
“ ແຕ່ລະຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ພໍ່ແມ່ປະຊາຊົນໃນທົ່ວປະເທດຈົ່ງເສີມຂະຫຍາຍຂໍ້ລິເລີ່ມ ແນໃສ່ຄຸ້ມຄອງ, ຂຸດຄົ້ນ ແລະ ນຳໃຊ້ນ້ຳ ແລະ ພະລັງງານຢ່າງມີປະສິດທິຜົນ ແລະ ມີຄວາມປະຢັດ. ພ້ອມກັນຮ່ວມມືເພື່ອຫຼຸດຜ່ອນຄວາມເສຍຫາຍລົງໃນລະດັບຕ່ຳສຸດຍ້ອນນ້ຳກໍ່ຂຶ້ນ, ຫຼຸດຜ່ອນຄວາມສ່ຽງໄພທຳມະຊາດ, ມົນລະພິດສິ່ງແວດລ້ອມ, ປະກອບສ່ວນເຂົ້າໃນກິດຈະການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ນຳມາເຊິ່ງຄວາມຍຸຕິທຳສັງຄົມ ແລະ ພັດທະນາເສດຖະກິດ ”
ວັນນ້ຳສາກົນປີນີ້ ກໍແມ່ນໂອກາດເພື່ອໃຫ້ບັນດານັກຄຸ້ມຄອງ, ວິສາຫະກິດ, ນັກວິທະຍາສາດ.....ແບ່ງປັນບັນດາຂໍ້ລິເລີ່ມ, ບັນດາວິທີການແກ້ໄຂບັນດາບັນຫາທີ່ກ່ຽວຂອ້ງເຖິງນ້ຳ ແລະ ພະລັງງານ.