ງານສົບທ່ານນາງ ຫວໍທິທັງ
photo:dantri.com.vn
|
(vovworld)- ຕອນເຊົ້າວັນທີ 23/8 ຢູ່ ນະຄອນ ໂຮ່ຈິມີນ, ງານສົບທ່ານນາງ ຫວໍທິທັງ ຖືກຈັດຂຶ້ນຢ່າງສົມກຽດຢູ່ຫໍງານສົບກະຊວງປ້ອງກັນປະເທດທາງພາກໃຕ້ ຕາມພິທີການຂັ້ນສູງ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ນຳຫນ້າຄະນະຜູ້ແທນລັດຖະບານ; ທ່ານເລແທງຫາຍ, ເລຂາຄະນະພັກນະຄອນໂຮ່ຈິມີນ ນຳຫນ້າຄະນະຜູ້ແທນນະຄອນ ໂຮ່ຈິມີນ ພ້ອມດ້ວຍບັນດາການນຳພັກ, ລັດ, ອະດີດການນຳພັກ, ລັດ, ຜູ້ຕາງຫນ້າບັນດາກະຊວງ, ຄະນະ, ຂະແຫນງການສູນກາງ, ບັນດາແຂວງ, ນະຄອນ, ອົງການຈັດຕັ້ງ, ສ່ວນບຸກຄົນພາຍໃນ ແລະ ສາກົນ ມາໄຫວ້ອາໄລ, ສະແດງຄວາມເສົ້າສະຫລົດໃຈມາຍັງຄອບຄົວທ່ານນາງ.
ທ່ານນາງ ຫວໍທິທັງ ເກີດ ປີ 1945 ຢູ່ ແຂວງ ລອງອານ, ເປັນອະດີດກຳມະການຄະນະບໍລິຫານງານສູນກາງພັກຊຸດທີ 8 ແລະ ຊຸດທີ 9; ສະມາຊິກສະພາແຫ່ງຊາດຊຸດທີ 9,10,11; ອະດີດຫົວຫນ້າກົມໃຫຍ່ທ່ອງທ່ຽວ ຫວຽດນາມ, ອະດີດປະທານສະມາຄົມມິດຕະພາບ ຫວຽດນາມ -ກູບາ, ຮອງປະທານສະຫະພັນແມ່ຍິງ ຫວຽດນາມ. ກ່ອນນີ້ ທ່ານນາງ ຫວໍທິທັງ ໄດ້ຮູ້ຈັກເຖິງແມ່ນແບບຢ່າງດີເດັ່ນຂອງຊາວຫນຸ່ມຮັກຊາດ. ທ່ານນາງ ຫວໍທິທັງ ເຖິງແກ່ມໍລະນະກຳໃນວັນທີ 22/8 ຢູ່ ນະຄອນ ໂຮ່ຈິມີນ ລວມອາຍຸ 69 ປີ.