ພິທີໄຫວ້ອາໄລບັນດາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ 2014

ພິທີໄຫວ້ອາໄລບັນດາເຈົ້າຊີວິດຮຸ່ງ - ງານບຸນວິຫານຮຸ່ງ 2014 - ảnh 1
ພາບປະກອບຈາກ Hoàng Long

(vovworld) - ຕອນ​ເຊົ້າ​ວັນ​ທີ 9/4, (10/3 ​ໄລ່​ຕາມ​ຈັນທະ​ປະຕິທິນ), ພິທີ​ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ໄດ້​ຈັດ​ຂຶ້ນຢູ່​ ພູ ​ເຫງັຍລີ້​ງ, ຂຶ້ນ​ກັບ​ເຂດ​ປູຊະນີຍະສະຖານ​ປະຫວັດ​ຊາດ​ລະດັບ​ຊາດ ວິຫານ​ຮຸ່ງ, ​​ເຂົ້າຮ່ວມພິທີ​ມີ​ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ, ທ່ານ ຫງວຽນ​ທ້ຽນ​ເຍິນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ​ຜູ້ຕາງໜ້າ​ການ​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ສູນ​ກາງ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​. ພິທີ​ຖະຫວານ​ທູບ​ທຽນ​ເລີ່​ມຕົ້ນ​ແຕ່​ເວລາ 7 ​ໂມງ 30 ນາທີ ​ໃນ​ສຽງ​ດົນຕີ, ສຽງ​ຄ້ອງ, ສຽງ​ກອງ​ທີ່​ດັງ​ກ້ອງ​ກັງວານ​ໄປ​ທົ່ວ​ເຂດ​ພູ ​ເຫງັຍລີ້​ງ. ຄະນະ​ຖະຫວາຍ​ທູບ​ທຽນ​ເລີ່​ມ​ເດີນທາງ​ຈາດ​ເດີນ​ໃຈກາງ​ພິທີ​ງານ​ບຸນ, ຜ່ານ​ວິຫານ​ຫ້າ, ວິຫານ​ຈູງ ​ແລ້ວ​ຂຶ້ນ​ວິຫານ​ເທື້ອງ. ຄະນະ​ໄດ້​ນຳ​ເອົາ​ທຸງຊາດ, ທຸງ​ງານ​ບຸນ ​ແລະ ດວງ​ມາລາ​ທີ່​ມີ​ແຖວ​ໜັງສື ”ຮູ້​ບຸນຄຸນ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ໃນ​ການ​ກໍ່​ຕັ້ງ​ປະ​ເທດ​ຕະຫຼອດ​ໄປ”, ຖັດຈາກ​ນັ້ນ​ແມ່ນ​ບັນດາ​ນາງ​ສາວ​ໃນ​ຊຸດ​ອາພອນ​ທີ່​ເປັນ​ມູນ​ເຊື້ອ ນຳ​ເອົາ​ທູບ, ດອກ​ໄມ້, ​ເຄື່ອງ​ຂອງ​ບູຊາ ​​ແລະ ມີ​ຊາວ​ໜຸ່ມ 100 ຄົນ, ທີ່​ເປັນ​ສັນຍາ​ລັກ​ໃຫ້​ລູກ 100 ຄົນ​ທີ່​ໄດ້​ຮັບ​ການ​ກຳ​ເນີ​ດຈາກ​ພວງໄຂ່ດຽວ, ມື​ຍົກ​ຄັນ​ທຸງ​ງານ​ບຸນ​ສະ​ແດງ​ໃຫ້​ເຫັນ​ພະລັງ​ຊີວິດ​ແຮງ​ກ້າ​ຂອງ​​ຊາວ​ຫວຽດນາມ, ຖັດຈາກ​ກອງ​ແຫ່​ວໍ, ​ເຄື່ອງຂອງ​ບູຊາ​ແມ່ນ​ຄະນະ​ຜູ້​ແທນ​ການ​ນຳ​ພັກ, ລັດ, ບັນດາ​ອົງການ​ສູນ​ກາງ, ທ້ອງ​ຖີ່​ນ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ.

        ຕໍ່ໜ້າ​ວີນຍານ​ບັນດາ​ເຈົ້າ​ຊີວິດ​ຮຸຸ່ງ, ທ່ານ​ປະທານ​ແຂວງ ຟູ໋ທໍ້ ຈູງ​ອກ​ແອ​ງ, ​ທັງ​ເປັນ​ເຈົ້າພາບ​ຈັດ​ພິທີ​ໄຫວ້​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ປີ 2014 ໄດ້​ສະ​ແດງ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ອັນ​ສະຫງ່າ​ລາສີ​ 4 ພັນ​ປີ​ແຫ່ງ​ການສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ຊາດ​ຫວຽດນາມ, ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ຕໍ່​ບັນພະບຸລຸດ ​ແລະ ລາຍ​ງານ​ບັນດາ​ຜົນງານ​ອັນ​ໃຫບ່ຫຼວງ ​ເຊິ່ງທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ​ຫວຽດນາມ​ບັນລຸ​ໄດ້​ໃນ​ພາລະກິດ​ປ່ຽນ​ໃໝ່, ​ເຊື່ອມ​ໂຍງ ​ແລະ ພັດທະນາ​ປະ​ເທດ​ຊາດ.

ພາຍຫຼັງພິທີ​​ໄຫວ້​ບູຊາ​ໄດ້​ດຳ​ເນີນ​ງານ​ບຸນ. ດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ຄື: ​ແຂ່ງຂັນ​ຕົ້ມ​ເຂົ້າ​ຕົ້ມ, ​ເຂົ້າໜົມ​ໄຢ່, ຕີ​ກອງ​ທອງ, ຟ້ອນ​ສິງ​ໂຕ, ຂັບ​ຊວານ, ການ​ແຂ່ງຂັນ​ກິລາ​ຕີມວຍ​ພື້ນ​ເມືອງ, ໝາກຮຸກ. ນອກ​ນັ້ນ​ຍັງ​ມີ​ການສະ​ແດງ​ດົນຕີ​ຕ່າ​ຍຕືຂອງ​ບັນດາ​ແຂວງ​ທາງ​ພາກ​ໃຕ້, ຂັບ​ກວານ​ຫໍ້​ບັກ​ນິງ, …

        ​ໃນ​ວັນ​ດຽງ​ກັນ​ຢູ່​ເຂດ​ອະນຸ​ສະຖານ​ບັນດາ​ເຈົ້າ​ຊີວິດ​ຮຸ່ງ​ຢູ່​ນະຄອນ ​ໂຮ່ຈີ​ມິນ​ກໍ່​ດຳ​ເນີນ ພິທີ​ຖະຫວາຍ​ທູບ​ທຽນໄຫວ້​ອາ​ໄລ​ເຈົ້າ​ຊີວິດ​ຮຸ່ງຕາມ​ປະ​ເພນີ​ທີ່​ເປັນ​ມູນ​ເຊື້ອ.

ກ່ອນ​ໜ້າ​ນັ້ນ, ວັນ​ທີ 8/4ຢູ່​ນະຄອນ​ເກິ່ນ​ເທີ​ກໍ່​ຈັດ​ຕັ້ງ​ງານ​ສະ​ແດງ​ສິລະ​ປະ​ມຸ້ງ​ໄປ​ສູ່​ ພິທີງານ​ບຸນ​ໄຫວ້​ອາ​ໄລ​ເຈົ້າ​ຊີວິດ​ຮຸ່ງ​ເຊັນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ