ພັນທະມິດເສດຖະກິດເອີລົບ-ອາຊີປາດຖະໜາຢາກເຊັນFTAກັບຫວຽດນາມ ໂດຍໄວ

ພັນທະມິດເສດຖະກິດເອີລົບ-ອາຊີປາດຖະໜາຢາກເຊັນFTAກັບຫວຽດນາມ ໂດຍໄວ - ảnh 1
ທ່ານ​ນາງລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​​ພັນ​ທະ​ມິດ​ເສດ​ຖະ​ກິດ ເອີ​ລົບ - ອາ​ຊີ (EAES) Tatyana Valovaya
(ພ​າບ: armbanks.am)

(vovworld) – ​ ວັນ​ທີ 8/4, ​ທ່ານ​ນາງລັດ​ຖະ​ມົນ​ຕີ​ເສດ​ຖະ​ກິດ​​ພັນ​ທະ​ມິດ​ເສດ​ຖະ​ກິດ ເອີ​ລົບ - ອາ​ຊີ (EAES) Tatyana Valovaya ໄດ້​ຖະ​ແຫຼງວ່າ: ສັນ​ຍາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ EAES ແລະ ຫວຽດ​ນາມ ອາດ​ຈະ​ມີ​ຜົນ​ສັກ​ສິດ​ໃນ​ປີ 2015 ພາຍຫຼັງ​​ທີ່ໄດ້​ຮັບ​ການ​ລົງ​ນາມ. ກ່າວ​ຄຳ​ເຫັນ​ທີ່​ນະ​ຄອນຫຼວງ ປາ​ຣີ, ປະ​ເທດ ຝ​ຣັ່ງ, ໃນ​ການ​ໄປ​ປະ​ຕິ​ບັດ​ງານ​ຕາມ​ຄຳ​ເຊ​ີນ​ຂອງ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ ຝ​ຣັ່ງ, ທ່ານ​ນາງ Valovaya  ໃຫ້​ຮູ້​ວ່າ (EAES ລວມ​ມີ: ລັດ​ເຊຍ, ເບ​ລາ​ຣຸດ, ກາ​ຊັກ​ສະ​ຖານ, ອັກ​ເມ​ເນຍ ແລະ ກີ​ຢີ​ສະ​ຖານ) ພວມ​ມີ​ຄວາມ​ຫວັງ​ເຊັນ​ສັນ​ຍາ​ FTA ກັບ ຫວຽດ​ນາມ ໃນ​ເຄິ່ງ​ຕົ້ນ​ປີ 2015 ແລະ ບັນ​ດາ​ເອ​ກະ​ສານນີ້​ຈະ​ມີ​ຜົນ​ສັກ​ສິດ​ໃນ​ປີນີ້. ນອກ​ຈ​າກນັ້ນ, EAES ກໍ່​ພວມ​ສົ່ງ​ເສີມ​ການ​ເຈ​ລະ​ຈາ​ສ້າງ​ຕັ້ງ​ບັນ​ດາ​ກຸ່ມ​ຄົ້ນ​ຄ​້​ວາ​ຮ່ວມ​ຕາມ​ຮູບ​ແບບ​ອົງ​ການ​ການ​ຄ້າ​ສາ​ກົນ (WTO) ກັບ ອິນ​ເດຍ, ອີ​ຢິບ ແລະ ອິດ​ສະ​ຣາ​ແອນ.

        ໃນ​ການ​ພົບ​ປະ​ກັບ​ວົງ​ການ​ນັກ​ທຸ​ລະ​ກິດ​ນະ​ຄອນ ໂຮ່​ຈີ​ມິນ ເມື່ອ​ວັນ​ທີ 7/4 ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Dmitry Metvedev ໃຫ້​ຮູ້​ວ່າ: ຫວຽດ​ນາມ ໄດ້​ສະ​ຫງວນ​ບັນ​ດາ​ບຸ​ລິ​ມະ​ສິ​ດ​ອັນ​ໃຫຍ່ຫຼວງ​ໃນ​ຮ່າງ​ສັນ​ຍາ​ກ່ຽວ​ກັບ FTA.

        ກ່ຽ​ວ​ຂ້ອງ​ເຖິງ​ການ​ຕີ​ລາ​ຄາ​ກ່ຽວ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເສດ​ຖະ​ກິດ​ຂອງ​ ຫວຽດ​ນາມ, ວັນ​ທີ 8/4, ເມື່ອ​ຕອບ​ສຳ​ພາດ​ຕໍ່​ສຳ​ນັກ​ຂ່າວ​ສານ Ria Novosti ຂອ​ງ ລັດ​ເຊຍ, ທ່ານ​ລັດ​​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວ​ງ​ພັດ​ທະ​ນາ​ເຂດ​ຕາ​ເວັນ​ອອກ​ໄກ Maxim Sherikin ຮັບ​ຂໍ້​ສັງ​ເກດ​ວ່າ: ບັນ​ດາ​ນັກ​ທຸ​ລະ​ກິດ​ທີ່​ມາ​ຈາກ ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດສະ​ມາ​ຊິກ ອາ​ຊຽນ ອາດ​ຈະ​ກາຍ​ເປັນ​ບັນ​ດາ​ນັກ​ລົງ​ທຶນ​ອັນ​ດັບ​ໃຫຍ່​ເຂົ້າ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ເຂດ​ຕາ​ເວັນ​ອອກ​ໄກ​ລັດ​ເຊຍ. ທ່ານ Sherikin ໃຫ້​ຮູ້​ວ່າ: ບັນ​ດາ​ປະ​ເທດ​ຄື: ໄທ, ຫວຽດ​ນາມ ພວມ​ກາຍ​ເປັນ​ບັນ​ດາ​ແຫຼ່ງ​ເງິນ​ລົງ​ທຶນ​ໂດຍ​ກົງ, ຢັ້ງ​ຢືນ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ຂອງ​ຕົນ​ໃນ​ຂົງ​ເຂດ​ລົງ​ທຶນ.

 


ຂ່າວ/ບົດ​ອື່ນ