ພົນເອກເຈິ່ນດ້າຍກວາງຢ້ຽມຢາມແລະມອບຂອງຂວັນບຸນປີໃໝ່ໃຫ້ແກ່ ປະຊາຊົນບັນດາເຜົ່າແຂວງດັກລັກ
ພົນເອກເຈິ່ນດ້າຍກວາງຢ້ຽມຢາມແລະມອບຂອງຂວັນບຸນປີໃໝ່ໃຫ້ແກ່ ປະຊາຊົນບັນດາເຜົ່າແຂວງດັກລັກ
(ພາບ: tienphong.vn)
|
(vovworld) - ໃນການຢ້ຽມຢາມຕອນເຊົ້າວັນທີ 25/1, ທ່ານລັດຖະມົນຕີວ່າການກະຊວງຕຳຫຼວດຫວຽດນາມ, ພົນເອກ ເຈິນດ້າຍກວາງ, ຫົວໜ້າຄະນະຊີ້ນຳເຂດໄຕງວຽນ, ໄດ້ມອບຂອງຂວັນ 30 ພູດໃຫ້ແກ່ພໍ່ແມ່ພີ່ນ້ອງຊາວເອເດ ຜູ້ທຸກຍາກຢູ່ບ້ານ ພັນເລີມ ແລະ ບ້ານກໍຊີເອ, ເມືອງເຕີນເລີບ, ນະຄອນບວນມາທວດ, ແຂວງດັກລັກ. ທ່ານພົນເອກ ກໍ່ມອບໃຫ້ແກ່ແຕ່ລະບ້ານ 100 ລ້ານດົ່ງ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນຕ້ອນຮັບບຸນປີໃໝ່ໃນບັນຍາກາດທີ່ອົບອຸ່ນ. ທ່ານພົນເອກ ເຈິນດ້າຍກວາງ ສະເໜີໃຫ້ນະຄອນບວນມາທວດ, ແຂວງດັກລັກ ຄວນລົງທຶນ, ຜັນຂະຫຍາຍຮູບແບບໂຮງວັດທະນະທຳວົງຄະນະຍາດຕິດ ກັບໂຮງຮຽນ ເພື່ອປະກອບສ່ວນເສີມຂະຫຍາຍບົດບາດ, ໜ້າທີ່ຂອງໂຮງວັດທະນະທຳເປັນຢ່າງດີ, ພ້ອມກັນນັ້ນກໍ່ແມ່ນສະຖານທີ່ລະຫຼິ້ນ ແລະ ດຳເນີນຊີວິດຂອງນັກຮຽນຊາວຊົນເຜົ່າທີ່ນີ້.