ພົນໂທ ໂດ໊ບາຕິ ຕ້ອນຮັບຜູ້ບັນຊາ ການກອງທັບເຮືອ ຟິລິບປິນ
ກອງທັບເຮືອຫວຽດນາມ
(ພາບ: dantri.com.vn)
|
(vovworld) – ຕອນບ່າຍວັນທີ 13/3, ຢູ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນໂທ ໂດ໊ບາຕິ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບພົນເຮືອໂທ Alexander P Pama, ຜູ້ບັນຊາການກອງທັບເຮືອ ຟິລິບປິນ ມາຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ. ທ່ານພົນໂທ ໂດ໊ບາຕິ ຢືນຢັນການຢ້ຽມຢາມຂອງທ່ານພົນເຮືອເອກໂທ Alexander P Pama ບໍ່ພຽງແຕ່ແມ່ນເພື່ອແນໃສ່ປະຕິບັດຂໍ້ຕົກລົງຮ່ວມມືປ້ອງກັນປະເທດ 2 ຝ່າຍ, ປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງກອງທັບເຮືອ 2 ປະເທດເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນປ້ອງກັນປະເທດ ແລະ ການພົວພັນລະຫວ່າງກອງທັບເຮືອ 2 ປະເທດໃຫ້ນັບມື້ນັບພັດທະນາ. ທ່ານພົນໂທ ໂດ໊ບາຕິ ຖືວ່າ: ໃນໄລຍະຈະມາເຖິງ, 2 ປະເທດຄວນສືບຕໍ່ຮ່ວມມືໃນບັນດາຂົງເຂດບຳລຸງສ້າງ, ແບ່ງປັນຂໍ້ມູນຂ່າວສານ, ກູ້ໄພກູ້ຊີບ, ແລກປ່ຽນຄະນະຜູ້ແທນ, ມຸ້ງໄປເຖິງການຮ່ວມມືລາດຕາເວັນຮ່ວມບົນທະເລ.