ພົບປະກັບບັນດານັກຮົບເກົ່າຢູແກຼນເນື່ອງໃນໂອກາດສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ
(ພົບປະກັບບັນດານັກຮົບເກົ່າຢູແກຼນ ເນື່ອງໃນໂອກາດ
ສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ)
(vovworld) – ທີ່ການພົບປະແລກປ່ຽນລະຫວ່າງບັນດານັກຮົບເກົ່າຫວຽດນາມ ແລະ ນັກຮົບເກົ່າຢູແກຼນ ທີ່ເຄີຍເຂົ້າຮ່ວມການຊ່ວຍເຫຼືອຫວຽດນາມ ໃນໄລຍະຕໍ່ສູ້ກູ້ຊາດ ໂດຍສະຖານທູດຫວຽດນາມ ປະຈຳຢູແກຼນ ແລະ Moldova ເຊິ່ງຖືກຈັດຂຶ້ນຢູ່ກີແອບ ໃນວັນທີ 05/12. ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳຢູແກຼນ ແລະ Moldova ຫງວຽນມິນຈິ໋ ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເກົ່າ, ນັກຊ່ຽວຊານໂຊວຽດ, ໃນນັ້ນມີບັນດານັກຮົບເກົ່າຢູແກຼນ ທີ່ໄດ້ເຂົ້າຮ່ວມ, ຮຽງບ່າຮຽງໄຫຼ່ ພ້ອມກັບກອງທັບ ແລະ ປະຊາຊົນຫວຽດນາມ ໃນໄລຍະຫຍ້ງຍາກທີ່ສຸດຂອງການຕໍ່ສູ້ຍາດເອົາເອກະລາດ, ເສລີພາບ ແລະ ໂຮມປະເທດຊາດຫວຽດນາມ ເປັນເອກະພາບ. ທ່ານເອກອັກຄະລັດຖະທູດ ຫງວຽນມິນຈິ໋ ເນັ້ນໜັກວ່າ.
“ຫວຽດນາມ ແລະ ຢູແກຼນ ມີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຮ່ວມມື, ຄູ່ຮ່ວມມືຮອບດ້ານ, ເຊິ່ງລຸ່ນຕ່າງໆຂອງ 2 ປະເທດໄດ້ເພີ່ມພູນຄຸນສ້າງ. ປະຊາຊົນຢູແກຼນ ໄດ້ສະຫງວນໃຫ້ປະຊາຊົນຫວຽດນາມ ການຊວ່ຍເຫຼືອທີ່ໃຫຍ່ຫຼວງ ແລະ ມີປະສິດທິຜົນນັບທັງທາງດ້ານຈິດໃຈ ແລະ ວັດຖຸສິ່ງຂອງໃນພະລະກິດຕໍ່ສູ້ເພື່ອສັນຕິພາບ, ເອກະລາດຊົນຊາດ ແລະ ສ້າງສາປະເທດຊາດ ພາຍຫຼັງສົງຄາມ. ໃນຊຸມປີຕໍ່ສູ້ທີ່ດຸເດືອດ, ມີຜູ້ທີ່ປຶກສາ, ນັກຊ່ຽວຊານດ້ານການທະຫານຢູ່ແກຼນ ນັບພັນຄົນ, ໃນນັ້ນມີຫຼາຍຄົນໄດ້ມີໜ້າໃນວັນນີ້ ໄດ້ມາຫວຽດນາມ ປະກອບເຫື່ອແຮງ, ພູມປັນຍາເພື່ອສ້າງໄຊຊະນະໃນການຕໍ່ສູ້ຕ້ານອາເມລິກາ ກູ້ຊາດຂອງປະຊາຊົນຫວຽດນາມ.”
ທ່ານ Iuri Kislisin, ຮອງປະທານສະມາຄົມນັກຮົບເກົ່າທົ່ວຢູແກຼນ, ປະທານສະມາຄົມນັກຮົບເກົ່າຢູແກຼນ ໃນສົງຄາມຢູ່ຫວຽດນາມ ໄດ້ຕີລາຄາສູງມູນເຊື້ອວິລະຊົນຂອງກອງທັບປະຊາຊົາຫວຽດນາມ, ຢືນຢັນການເຕີບໃຫຍ່, ເຂັ້ມແຂງຂອງກຳລັງທະຫານທີ່ຍາມໃດກໍ່ຍາດໄດ້ໄຊຊະນະ ແລະ ບໍ່ຍອມຈຳນົນ. ທ່ານສະແດງຄວາມນັບຖືຕໍ່ຊາດຫວຽດນາມ ທີ່ວິລະຊົນ, ໄດ້ສ້າງສາປະເທດຊາດໃຫ້ນັບມື້ນັບພັດທະນາ.