ພົບປະສັງສັນລະຫວ່າງວິສາຫະກິດ ແລະ ສື່ມວນຊົນ ລັດເຊຍ - ຫວຽດນາມ

ພົບປະສັງສັນລະຫວ່າງວິສາຫະກິດ ແລະ ສື່ມວນຊົນ ລັດເຊຍ - ຫວຽດນາມ - ảnh 1
ພາບປະກອບ

(vovworld) - ວັນ​ທີ 28/2, ສະຖານທູດ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ ​ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ປະຈຳ​ປີ ກັບ​ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ ​ແລະ ສື່​ມວນ​ຊົນ ລັ​ດ​ເຊຍ ທີ່​ມີ​ການ​ພົວພັນ ​ແລະ ​ສົນໃຈ​ເຖິງ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບປະ​ສັງ​ສັນ, ທ່ານ​ເອກ​ອັກຄະ​ລັດຖະທູ​ດວິສາມັນ​ຜູ້​ມີ​ອຳນາດ​ເຕັ​ມ​ແຫ່ງ ສສ ຫວຽດນາມ ປະຈຳ ສະຫະພັນ ລັດ​ເຊຍ ຟ້າ​ມ​ຊວນ​ເຊີນ ​ເນັ້ນ​ໜັກ​ຜົນງານ​ສຳຄັນ​ເຊິ່ງການ​ພົວພັນ​ລະຫວ່າງ 2 ປະ​​ເທດ​ບັນລຸ​ໄດ້​ໃນ​ປີ 2012 ​ແມ່ນ ຂົງ​ເຂດ ​ເສດຖະກິດ - ການ​ຄ້າ ດ້ວຍ​ວົງ​ເງິນ 2 ຝ່າ​ຍບັນລຸ 3,6 ຕື້ USD, ບັນລຸ ​ແລະ ລື່ນ​ກາຍ​ຕົວ​ເລກຄາດໝາຍ​ວາງ​ອອກ. ​ເມື່ອ​ເຕື້ອງ​ເຖິງ​ບົດບາດ​ຂອງ​ບັນດາ​ວິ​ສາ​ຫະກິດ​ລັດ​ເຊຍ ​ແລະ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ, , ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຟ້າ​ມ​ຊວນ​ເຊີນ ​ເວົ້າ​ວ່າ​:

“ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ ​ໄດ້​ປະກອບສ່ວນ​ສຳຄັນ​ໃນ​ການ​ພັດທະນາ​ບັນດາ​ສາຍ​ພົວພັນ​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ຫັນ​ບັນດາ​ໂຄງການ​ໃນ​ຂົງ​ເຂດ​ນີ້​ໃຫ​້ປະກົດ​ຜົນ​ເປັນ​ຈິງ. ດ້ວຍ​ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ຕົນ, ບັນດາ​ວິ​ສາ​ຫະກິດ​ສະ​ແດງໃຫ​້​ເຫັນ​ວ່າ: ຄວາມ​ຈຳ​ເປັນ​ເພື່ອ​ປະຕິບັດ​ສຳ​ເລັດ​ລະບົບ​ການ​ຮ່ວມ​ມື ​ເລີ່​ມຕົ້ນ​ດ້ວຍ​ບັນດາ​ໂຄງການ, ຂໍ້​ຕົກລົງ ຕະຫຼອດ​ຮອດ ບັນດາ​ເງື່ອນ​ໄຂ​ຂອງ​ການ​ຄ້າ​ເສລີ. ຂ້າພະ​ເຈົ້າ​ຖື​ວ່າ, ໜ້າ​ທີ່​ຂອງ​ບັນດາ​ວິ​ສະຫະ​ກິດ​ແມ່ນ​ຕັ້ງໜ້າ​ກ່ວາ ​ເພື່ອ​​ເຮັ​ດ​ແນວ​ໃດ​ບັນລຸ​ໄດ້​ຄາດໝາຍ​ຍົກ​ສູງ​ວົງ​ເງິນ​ຂຶ້ນ​ເຖິງ 7 ຕື້ USD ​ໃນ​ປີ 2015”

        ທ່ານ​ເອກ​ອັກຄະ​ລັດຖະທູ​ດ ຟ້າ​ມ​ຊວນ​ເຊີນກໍ່​ຕີ​ລາຄາ​ສູງ​ບົດບາດ​ຂອງ ສື່​ມວນ​ຊົນ ລັດ​ເຊຍ ​ໃນ​ການ​ແນະນຳ​ກັບ​ປະຊາຊົນ ລັດ​ເຊຍ ກ່ຽວ​ກັບປະ​ເທດ​ຊາດ, ຊາວ ຫວຽດນາມ, ກ່ຽວ​ກັບ​ເຫດການ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ມິດຕະພາບ - ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ແລະ ສະ​ແດງ​ຄວາມ​ຫວັງ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ມີ​ຫຼາຍ​ແຫຼ່ງຂ່າວ ກ່ຽວ​ກັບ​ຫວຽດນາມ ​ແລະ ກ່ຽວ​ກັບ​ການ​ພົວພັນ 2 ປະ​ເທດ ຈະ​ໄດ້​ຮັບ​ການ​ແນະນຳ​ນັບ​ມື້​ນັບ​ຫຼາຍ​ຜ່ານ​ບັນດາ​ພາຫະນະ​ສື່​ມວນ​ຊົນ.

 

ຂ່າວ/ບົດ​ອື່ນ