(VOVWORLD) - ຕອນຄ່ຳວັນທີ 16 ສິງຫາ, ທີ່ຮ່າໂນ້ຍ, ກອງບັນຊາການຕຳຫລວດທະເລ ຫວຽດນາມ ໄດ້ຈັດຕັ້ງການພົບປະແລກປ່ຽນ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”,
ພົບປະແລກປ່ຽນ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ” (ພາບ:qdnd.vn) |
ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນມູນເຊື້ອກຳລັງຕຳຫລວດທະເລ ຫວຽດນາມ (1998 - 2018) ແລະ ເຊີດຊູຮູບແບບຂົນຂວາຍປະຊາຊົນ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”.
ພິທີສະເຫຼີມສະຫຼອງໄດ້ດຳເນີນການເຄື່ອນໄຫວພົບປະແລກປ່ຽນກັບພະນັກງານ, ນັກຮົບຕຳຫລວດທະເລ ແລະ ຊາວປະມົງກ່ຽວກັບວິວັດການໂຄສະນາ, ສຶກສາ, ເຜີຍແຜ່ກົດໝາຍ ແລະ ປະສິດທິຜົນຂອງຮູບແບບຂົນຂວາຍປະຊາຊົນ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”.
ເນື່ອງໃນໂອກາດນີ້, ກອງບັນຊາການຕຳຫລວດທະເລໄດ້ມອບໃບຍ້ອງຍໍ ແລະ ຫຼຽນທີ່ລະນຶກໃຫ້ 20 ບຸກຄົນ, ໝູ່ຄະນະທີ່ມີຜົນງານດີເລີດໃນ 2 ປີສົມທົບກັນ, ຮ່ວມເດີນທາງປະຕິບັດຮູບແບບຂົນຂວາຍປະຊາຊົນ “ຕຳຫລວດທະເລຮ່ວມເດີນທາງກັບຊາວປະມົງ”.