ພົບປະແລກປ່ຽນ ສິລະປະວັດທະນະທຳ “ເຂດ 3 ຫລ່ຽມພັດທະນາ ກຳປູເຈຍ, ລາວ ແລະ ຫວຽດນາມ”

ພົບປະແລກປ່ຽນ ສິລະປະວັດທະນະທຳ  “ເຂດ 3 ຫລ່ຽມພັດທະນາ ກຳປູເຈຍ, ລາວ ແລະ ຫວຽດນາມ” - ảnh 1
ງານ​ພົບ​ປະ​ແລກປ່ຽນ​ ສິລະ​ປະວັດທະນະທຳບັນດາ​ແຂວງ​ຢູ່​ເຂດ​ສາມຫລ່ຽມ​ພັດທະນາ
ພາບ: komtum.gov.vn


(vovworld) - ວັນ​ທີ 4/12, ຢູ່ ນະຄອນ ກອນ​ຕູມ ​ໄດ້​ໄຂ​ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ສິລະ​ປະ ບັນດາ​ແຂວງ​ຢູ່​ເຂດ​ສາມຫລ່ຽມ​ພັດທະນາ ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ. ມີ​ນັກ​ສິລະ​ປິນກວ່າ 100 ຄົນ ຢູ່​ບັນດາ​ແຂວງ​ຂຶ້ນ​ກັບ ສາມ​ປະ​ເທດ ​ໄດ້​ເຂົ້າ​ຮ່ວມ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຂອງ​ແຕ່ລະ​ປະ​ເທດ. ບັນດາ​ລາຍການ​ຮ້ອງ​ລຳ​ທຳ​​ເພງ, ວາດ​ຟ້ອນຕ່າງໆ​ທີ່​ສະ​ແດງ​ໃຫ້​ເຫັນ​ສີສັນ​ສະ​ເພາະ​ຂອງ​ປະຊາຊົນ​ຢູ່​ບັນດາ​ແຂວງ​ຂຶ້ນ​ກັບ​ເຂດ​ສາມຫລ່ຽມ​ພັດທະນາ ຄື: ລາຍການ​ສະ​ແດງ​ຂອງ​ນັກ​ສິລະ​ປິນ ຫວຽດນາມ ກ່ຽວ​ກັບ​ຊີວິດ​ຂອງ​ຊາວ ​ໄຕ​ງວຽນ, ຮ້ອງ​ເພງ​​ໃນ​ຄືນ​ດວງ​ຈັນ, ລາຍການ​ຟ້ອມ Ro Bam Phok Phol, ຟ້ອນ​ພື້ນ​ເມືອງ ຂອງ​ຊາວ​ກຳປູ​ເຊຍ, ຂັບລຳ​ສາລະວັນ​ຂອງ​ລາວໄດ້​ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວກັບ​ວັດທະນະທຳ​ຂອງ​ບັນດາ​ຊົນ​ເຜົ່າ​ຢູ່​ບັນດາ​ແຂວງ​ຂຶ້ນ​ກັບ​ເຂດ​ສາມຫລ່ຽມ​ພັດທະນາ. ​

ລາຍການ​ພົບ​ປະ​ແລກປ່ຽນ​ສິລະ​ປະ​ດັ່ງກ່າວ​ໄດ້​ຮັບ​ການສະ​ແດງ​​ໃນ​ວັນ​ທີ 4 ​ແລະ 5/12 ​ແມ່ນ​ນອນ​ໃນຂອບ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານ​ເຂດ​ສາມຫລ່ຽມ​ພັດທະນາ ກຳປູ​ເຈຍ, ລາວ ​ແລະ ຫວຽດນາມ ຄັ້ງ​ທີ 8 ​ແລະ ການ​ເຄື່ອນ​ໄຫວ​ມຸ່ງ​ໄປ​ເຖິງ​ການ​ລະນຶກ 100 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແຂວງ ກອນ​ຕູມ (9/2/1913- 9/2/2013).

ຂ່າວ/ບົດ​ອື່ນ