ພູ​ພຽງ​ໂມກ​ເຈົາ ຕ້ອນ​ຮັບ​ວັນ​ບຸນ​ເອ​ກະ​ລາດ ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ

(VOVWORLD) - ວັນທີ 31 ສິງຫາ, ພໍ່ແມ່ພີ່ນ້ອງບັນດາເຜົ່າ ແລະ ແຂກທ່ອງທ່ຽວຈາກທຸກສາລະທິດ ໄດ້ເຕົ້າໂຮມກັນຢູ່ພູພຽງ ໂມກເຈົາ, ເຊີນລາ ເປັນຈຳນວນຫຼາຍ ເພື່ອຕ້ອນຮັບວັນບຸນເອກະລາດ, ເຊື່ອມຕົວກັບສັບປະດາວັດທະນະທຳ, ທ່ອງທ່ຽວ ໂມກເຈົາ ປີ 2024.
ພູ​ພຽງ​ໂມກ​ເຈົາ ຕ້ອນ​ຮັບ​ວັນ​ບຸນ​ເອ​ກະ​ລາດ ຢ່າງ​ຟົດ​ຟື້ນ​ມ່ວນ​ຊື່ນ - ảnh 1ລາຍການສະແດງສິລະປະທີ່ເປັນເອກະລັກ ດ້ວຍຫົວຂໍ້ “ເພີດເພິ່ນກັບຄ່ຳຄືນນັດກັນ” (ພາບ: VOV)

ວັນທີ 1 ກັນຍາ, ສັບປະດາວັດທະນະທຳ, ທ່ອງທ່ຽວແຂວງ ໂມກເຈົາ (ເຊີນລາ) ໄດ້ດຳເນີນຫຼາຍກິດຈະກຳທີ່ດູດດື່ມ, ເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳບັນດາເຜົ່າຢູ່ທີ່ນີ້, ເຊັ່ນ: ຕ່ຳເຂົ້າໜົມໄຢ; ຄົ້ນຫາວັດທະນະທຳ, ຊີມອາຫານທີ່ເປັນເອກະລັກຂອງຊົນເຜົ່າ, ສະແດງລາຍການສິລະປະວັດທະນະທຳວົງຄະນະຍາດ; ສະແດງລາຍການສິລະປະພື້ນເມືອງຂອງຊາວເຜົ່າມົ້ງ... ພົ້ນເດັ່ນຂຶ້ນແມ່ນລາຍການສະແດງສິລະປະທີ່ເປັນເອກະລັກ ດ້ວຍຫົວຂໍ້ “ເພີດເພິ່ນກັບຄ່ຳຄືນນັດກັນ”.

     ກ່ອນໜ້ານັ້ນ, ວັນທີ 31 ສິງຫາ, ພໍ່ແມ່ພີ່ນ້ອງບັນດາເຜົ່າ ແລະ ແຂກທ່ອງທ່ຽວຈາກທຸກສາລະທິດ ໄດ້ເຕົ້າໂຮມກັນຢູ່ພູພຽງ ໂມກເຈົາ, ເຊີນລາ ເປັນຈຳນວນຫຼາຍ ເພື່ອຕ້ອນຮັບວັນບຸນເອກະລາດ, ເຊື່ອມຕົວກັບສັບປະດາວັດທະນະທຳ, ທ່ອງທ່ຽວ ໂມກເຈົາ ປີ 2024.

     ໃນເສັ້ນທາງສາຍຕ່າງໆທີ່ໄດ້ປະດັບປະດາດ້ວຍທູງຊາດ ແລະ ດອກໄມ້ຫຼາກຫຼາຍສີສັນ, ພູພຽງ ໂມກເຈົາ, ແຂວງ ເຊີນລາ, ຍິ່ງຄຶກຄື້ນມ່ວນຊື່ນ ດ້ວຍບັນດາຊຸດອາພອນປະຈຳເຜົ່າ ມົ້ງ, ຜູ້ໄທ, ໃຕ, ລາຮາ... ພ້ອມດຽວກັນນັ້ນ ຍັງສ້າງເປັນເຂດວັດທະນະທຳທີ່ເຕັມໄປດ້ວຍສີສັນຫຼາກຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ