ພ້ອມກັນມານະພະຍາຍາມເພື່ອສ້າງສັງຄົມນັບມື້ນັບມີຄວາມເມດຕາ

ພ້ອມກັນມານະພະຍາຍາມເພື່ອສ້າງສັງຄົມນັບມື້ນັບມີຄວາມເມດຕາ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ
​ພາບ: TTXVN
(vovworld)- ຕອນ​ເຊົ້າ​ວັນ​ທີ 8/4 ຢູ່ ຮ່າ​ໂນ້ຍ, ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ສະ​ມາ​ຄົມ​ອຸ​ປະ​ກະ​ລະ​ຄົນ​ພິ​ການ ແລະ ເດັກ​ກຳ​ພ້າ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຍ້ອງ​ຍໍ​ຄົນ​ພິ​ການ, ເດັກ​ກຳ​ພ້າ ແລະ ຜູ້​ອຸ​ປະ​ກະ​ລະ​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ​ຄັ້ງ​ທີ 5. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ພ້ອມ​ກັບ​ຜູ້​ແທນ 388 ຄົນ​ຊື່ງ​ແມ່ນ​ຄົນ​ພິ​ການ, ເດັກ​ກຳ​ພ້າ ແລະ ຜູ້​ອຸ​ປະ​ກະ​ລະ​ດີ​ເດັ່ນ ຢູ່ 63 ແຂວງ, ນະ​ຄອນ​ເຂົ້າ​ຮ່ວມ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊ​ຸມ, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ຢືນ​ຢັນ: ລັດ​ຖະ​ບານ ຈະ​ສືບ​ຕໍ່​ຫນູນ​ຊ່ວຍ​ສະ​ມາ​ຄົມ​ອຸ​ປະ​ກະ​ລະ​ຄົນ​ພິ​ການ ແລະ ເດັກ​ກຳ​ພ້າ​ຫວຽດ​ນາມ, ບັນ​ດາ​ອົງ​ການ, ປະ​ຊາ​ຄົມ​ຄົນ​ພິ​ການ​ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່, ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫລືອ​ຄົນ​ພິ​ການ, ເດັກ​ກຳ​ພ້າ.

ຕອບກັບ

ຂ່າວ/ບົດ​ອື່ນ