ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ສ.ເກົາຫຼີ​ເປີດກວ້າງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

(VOVWORLD) -ວັນທີ 22 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານປະທານກຸ່ມບໍລິສັດ Daewoo E&C ສ.ເກົາຫຼີ Jung Won Ju.
ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫະ​ກິດ ສ.ເກົາຫຼີ​ເປີດກວ້າງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ຕ້ອນຮັບທ່ານປະທານກຸ່ມບໍລິສັດ Daewoo E&C ສ.ເກົາຫຼີ Jung Won Ju (ພາບ: Baochinhphu.vn)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງໄດ້ຕີລາຄາສູງການລົງທຶນຂອງບັນດາວິສາຫະກິດສ.ເກົາຫຼີ ຢູ່ຫວຽດນາມ, ໃນນັ້ນມີກຸ່ມບໍລິສັດ Daewoo E&C, ທ່ານຢັ້ງຢືນວ່າ ລັດຖະບານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຕ່າງປະເທດເວົ້າລວມ, ກໍ່ຄືປະຊາຄົມວິສາຫະກິດ ສ.ເກົາຫຼີ, ໃນນັ້ນມີກຸ່ມບໍລິສັດ Daewoo E&C ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານກໍ່ສະແດງຄວາມຊົມເຊີຍຕໍ່ບັນດາໂຄງການລົງທຶນຂອງ Daewoo E&C ຢູ່ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວັງວ່າ ກຸ່ມບໍລິສັດ Daewoo E&C ຈະຕັ້ງໜ້າເຂົ້າຮ່ວມບັນດາໂຄງການພັດທະນາພື້ນຖານໂຄງລ່າງຄົມມະນາຄົມຕົວເມືອງ, ແບ່ງປັນບົດຮຽນປະສົບການໃນການເຄື່ອນໄຫວ, ຄຸ້ມຄອງຕົວເມືອງອັດສະລິຍະ ກັບ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ກຸ່ມບໍລິສັດຮ່ວມເດີນທາງຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ (22/12/1992 - 22/12/2022).

ສ່ວນທ່ານປະທານກຸ່ມບໍລິສັດ Daewoo E&C Jung Won Ju ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານ ຫວຽດນາມ ທີ່ໄດ້ໜູນຊ່ວຍບັນດາໂຄງການລົງທຶນຂອງກຸ່ມບໍລິສັດ, ທ່ານກໍ່ແຈ້ງໃຫ້ທ່ານຮອງນາຍົກລັດຖະມົນຕີຮັບຊາບກ່ຽວກັບແຜນການເປີດກວ້າງການເຄື່ອນໄຫວລົງທຶນດຳເນີນທຸລະກິດຂອງ ກຸ່ມບໍລິສັດ ຢູ່ ຫວຽດນາມ, ລວມມີການເພີ່ມທະວີການຮ່ວມມືກັບວິສາຫະກິດ ຫວຽດນາມ ເພື່ອປະຕິບັດໂຄງການຮ່ວມກັນ.

ຕອບກັບ

ຂ່າວ/ບົດ​ອື່ນ