ພະຍຸ Hagupit ຢູ່ຟິລິບປິນ ເຮັດໃຫ້ 2 ຄົນເສຍຊີວິດ


ພະຍຸ Hagupit ຢູ່ຟິລິບປິນ ເຮັດໃຫ້ 2 ຄົນເສຍຊີວິດ - ảnh 1

 (ພາບ: EPA)

(vovworld)- ​ ​ວັນ​ທີ 7/12, ອົງການ​ຄຸ້ມ​ຄອງ ​ແລະ ຫລຸດຜ່ອນ​ຄວາມ​ສ່ຽງ​ທຳ​ມະ​ຊາດ​ແຫ່ງ​ຊາດ​ຟີ​ລິບ​ປິນ (NDRRMC) ​ໃຫ້​ຮູ້​ວ່າ: ມີສອງ​ຄົນ​ຖືກ​ເສຍ​ຊີວິດ​ເ​ມື່ອພະຍຸ​ເຂດ​ຮ້ອນ Hagupit ສືບ​ຕໍ່ພັດ​ເຂົ້າ​ປະ​ເທດ​ນີ້. ​ໃນ​ບົດ​ລາຍ​ງານ​ສະບັບ​ຫຼ້າ​ສຸດ, NDRRMC ​ໃຫ້​ຮູ້​ວ່າ: ພະຍຸ​ໄດ້​ເຮັດ​ໃຫ້​ເດັກ​ຍິງ​ຜູ້​ໜຶ່ງ ​ແລະ ຜູ້​ເຖົ້າຜູ້​ໜຶ່ງ​ຢູ່​ແຂວງ​ພາກ​ກາງ Iloilo ຂອງ​ຟິລິບ​ປິນ​ເສຍ​ຊີວິດ. ນອກຈາກ​ນັ້ນ​ແລ້ວ, ພະຍຸ​ຍັງ​ກໍ່​ຜົນ​ສະທ້ອນ​ເຖິງ​ກ່ວາ 195.000 ຄອບຄົວ, 183 ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ​ຖືກ​ຍຸບ​ເລິກ ​ແລະ ສະໜາມ​ບິນ 5 ​ແຫ່ງ​ຕ້ອງ​ປິດ​ປະຕູ. ບັນດາ​ເຄືອ​ຂ່າຍ​ໂທລະ​ຄົມ​ໃຫ່ຍ​ຢູ່ບາງ​ເຂດ​ໃນ​ເກາະ Leyte Samar ທາງ​ພາກ​ກາງ​ຟິລິບ​ປິນ ຖືກ​ແປ່​ເພ, ຫຼາຍ​ແຫ່ງ​ໄຟ​ບໍ່​ມາ./.

ຂ່າວ/ບົດ​ອື່ນ