ພະເຈົ້າຈັກກະພັດຍີ່ປຸ່ນAkihitoສະແດງຄວາມພາດພູມໃຈຕໍ່ການພັດທະນາການພົວພັນຫວຽດນາມ-ຍີ່ປຸ່ນ
ພະເຈົ້າຈັກກະພັດ ຍີ່ປຸ່ນ Akihito
(ພາບ: TTXVN)
(vovworld) - ຕອນເຊົ້າວັນທີ 31/7, ທີ່ລາດຊະວັງ ຢູ່ໃຈກາງນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ, ທ່ານ ຫງວຽນກວກເກື່ອງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ເຂົ້າຍືນສານຕາຕັ້ງຕໍ່ພະເຈົ້າຈັກກະພັດ ຍີ່ປຸ່ນ. ທີ່ພິທີຍືນສານຕາຕັ້ງ, ທ່ານເອກອັກຄະລັດຖະທູດ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວຂອງປະທານປະເທດ ແລະ ການນຳຂັ້ນສູງຕ່າງໆຂອງ ຫວຽດນາມ ເຖິງ ພະເຈົ້າຈັກກະພັດ ຍີ່ປຸ່ນ ແລະ ພະມະເຫສີ ຍີ່ປຸ່ນ. ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຖື ຍີ່ປຸ່ນ ເປັນຄູ່ຮ່ວມມືພັດທະນາທີ່ສຳຄັນອັນດັບໜຶ່ງຂອງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ສະແດງຄວາມເປັນກຽດເມື່ອໄດ້ຮັບໜ້າທີ່ຢູ່ ຍີ່ປຸ່ນ ແລະ ແຈ້ງໃຫ້ຊາບຈຸດສຸມໃນອາຍຸການຂອງຕົນ ແມ່ນປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດຢ່າງເລິກເຊິ່ງ, ກ້ວາງຂວາງ,ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ສະຖຽນລະພາບ. ພະເຈົ້າຈັກກະພັດ Akihito ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະ ຂອບອົກຂອບໃຈ ເຖິງປະທານປະເທດ ແລະ ການນຳ ຫວຽດນາມ. ພະເຈົ້າຈັກກະພັດ ຍີ່ປຸ່ນ ສະແດງຄວາມພາກພູມໃຈຕໍ່ໜ້າການພົວພັນ 2 ປະເທດພວມພັດທະນາຢ່າງແຂງທີ່ສຸດໃນທຸກຂົງເຂດ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນ 2 ປະເທດ.