ພາກກາງຮີບເຮັ່ງຮັບມືກັບພາຍຸເລກ 10

ພາກກາງຮີບເຮັ່ງຮັບມືກັບພາຍຸເລກ 10 - ảnh 1
ຊາວດານັ້ງກະກຽມຮັບ​ມື​ກັບ​ພາຍຸ​ເລກ 10

(Vovworld)- ​ ທີ່​ການ​ປະຊຸມ​ຮັບ​ມື​ກັບ​ພາຍຸ​ເລກ 10 ​ເມື່ອຕອນ​ທ່ຽງ​ວັນ​ທີ 29/9, ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ຕັກ​ເຕືອນ​ວ່າ ນີ້​ແມ່ນ​ພາຍຸ​ເປັນ​ອັນຕະລາຍ ຍອ້ນລະດັບ​ຄວາມ​ແຮງ​ສູງ ​ແລະ ຜິດ​ປົກກະຕິ. ທ່ານຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງ​ຈຸ​ງຫາຍ ​ໄດ້​ສະ​ເໜີ​ບັນດາ​ທ້ອງ​ຖິ່ນ, ບັນດາ​ຫົວໜ່ວຍ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ຈົ່ງ​ລະດົມ​ທຸກ​ກຳລັງ​ທີ່​ຈຳ​ເປັນ​ເພື່ອ​ເປັນ​ເຈົ້າການ​ ຮັບ​ມື​ກັບ​ພາຍຸ​ເລກ 10. ​ໃນ​ຈຸດ​ເວລາ​ນີ້, ບັນດາ​ທ້ອງ​ຖິ່ນ​ພາກ​ກາງ​ຈາກ​ແຂວງ​ກວາງ​ບິງ​ຫາກ​ວາງ​ງ້າ​ຍ ກໍ​ໄດ້​ຫ້າມ​ການ​ເດີນ​ທະ​ເລ. ​

   ​ແລະ ກໍ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ນ້ຳ​ຖ້ວມ, ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ນະຄອນ ດາ​ນັ້ງກໍ​ໄດ້​ໂຮມ​ປະຊຸມ​​ເພື່ອຮັບ​ມື​ກັບ​ພາຍຸ​ເລກ 10. ທ່ານ ​ເລ​ຢີວ້ອງ ຫົວໜ້າ​ຫ້ອງ​ວ່າການຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ນ້ຳ​ຖ້ວມ, ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ນະຄອນ ດາ​ນັ້ງ ​ໃຫ້​ຮູ້​ວ່າ :

    “ ​ໃນ​ຈຸດ​ເວລາ​ນີ້, ພວກ​ເຮົາ​ໄດ້​ຕິດ​ຕໍ່​ກັບ​ເຮືອ​ທຸກໆ​ລຳ​ບົນ​ທະ​ເລ, ​ແລະ ​ເຮືອ​ທັງ​ໝົດ​ເຫຼົ່ານັ້ນ ​ໄດ້​ກັບ​ມາ​ຮອດ​ຝັ່ງດ້ວຍ​ຄວາມ​ປອດ​ໄພ. ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໄດ້​ຊີ້​ນຳ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ​ສົມທົບ​ກັບ​ເມືອງ​ຕ່າງໆ ​ເພື່ອ​ໜູນ​ຊ່ວຍ​ປະຊາຊົນ​ພ້ອມ​ແລ້ວ ຮັບ​ມື​ກັບ​ພາຍຸ​ ”

     ສ່ວນ​ຢູ່​ແຂວງ ​ເທືອ່ທຽນ​ເຫ້ວ, ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ຄະນະ​ຊີ້​ນຳ​ການ​ປ້ອງ​ກັນ ​ແລະ ຕ້ານ​ພາຍຸ​ນ້ຳ​ຖ້ວມ, ຊອກ​ຫາ, ກູ້​ໄພ​ກູ້​ຊີບ​ແຂວງ ​ໄດ້​ສະ​ເໜີ​ບັນດາ​ທ້ອງ​ຖິ່ນ ​ແລະ ບັນດາ​ຫົວໜ່ວຍ​ທີ່​ມີໜ້າ​ທີ່​ຮັບຜິດຊອບ ລົງ​ກວດກາ​ບັນດາ​ອ່າງ​ເກັບ​ນ້ຳ​ຊົນລະປະທານ, ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ໃນ​ບໍລິ​ເວນ​ແຂວງ. ກະກຽມ​ກຳລັງ, ວັດຖຸ, ພາຫະນະ​ອຸປະກອນ​ເພື່ອ​ແກ້​ໄຂ​ຄວາມ​ຕິດ​ຂັດ​ເມື່ອ​ເກີດ​ຂຶ້ນ. ທ່ານ​ຫວຽນ​ລຽມ ປະທານ​ຄະນະ​ກຳມະການ​ປະຊາຊົນ​ ຕາ​ແສງ ຫາຍ​ເຢືອງ ​ເທດສະບານ ​ເຮືອງ​ຈາ ​ແຂວງ ເທືອ່ທຽນ​ເຫ້ວ ​ໃຫ້​ຮູ້​ວ່າ :

    “ ​ເພື່ອຮັບ​ມື​ກັບ​ພາຍຸ​ເລກ 10, ທາງ​ຕາ​ແສງ​ໄດ້​ມີ​ແຜນການ​ຍົກຍ້າຍ​ບັນດາ​ຄອບຄົວ​ຢູ່​ຕາມ​ສະຖານ​ທີ່​ເປັນອັນຕະລາຍ. ຈຳນວນ​ຄອບຄົວ​ຍົກຍ້າຍ​ເທື່ອ​ນີ້ ຄາດ​ວ່າ​ແມ່ນ 56 ຄອບຄົວ ​ແລະ ທາງ​ຕາ​ແສງ​ພວມ​ເຮັດ​ວຽກ​ງານ​ຂົນຂວາຍ, ຖ້າ​ຫາກ​ມີ​ຄຳ​ສັ່ງ​ຈາກ​ແຂວງ , ພວກ​ຂ້າພະ​ເຈົ້າຈະ​ດຳ​ເນີນ​ການ​ຍົກຍ້າຍ​ພໍ່​ແມ່​ປະຊາຊົນ​ໄປ​ຍັງ​ແຫ່ງ​ທີ່​ປອດ​ໄພ​ເພື່ອ​ຫຼົບ​ພາຍຸ 
ຂ່າວ/ບົດ​ອື່ນ