ພາກ​ເອ​ກະ​ຊົນ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ກຳ​ລັງ​ໜູນ​ຕົ້ນ​ຕໍ​ຂອງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ

(VOVWORLD) -ພາກເອກະຊົນບືນຕົວຂຶ້ນກາຍເປັນກຳລັງໜູນຕົ້ນຕໍຂອງການເຕີບໂຕໄຕມາດທີ 3 ແລະ 3ໄຕມາດຕົ້ນປີນີ້. ນີ້ແມ່ນຂໍ້ມູນທີ່ໜ້າສົນໃຈໄດ້ຍົກອອກມາໃນກອງປະຊຸມສຳມະນາກຳລັງໜູນໃຫ້ແກ່ເສດຖະກິດ ຫວຽດນາມ: ແງ່ມູນ ແລະ ແງ່ຫວັງ, ທີ່ໄດ້ຮັບການຈັດຕັ້ງຂຶ້ນໂດຍສະຖາບັນຄົ້ນຄ້ວາຄຸ້ມຄອງເສດຖະກິດ ສູນກາງໃນວັນທີ 30 ຕຸລາ, ຢູ່ຮ່າໂນ້ຍ.
ພາກ​ເອ​ກະ​ຊົນ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ກຳ​ລັງ​ໜູນ​ຕົ້ນ​ຕໍ​ຂອງ​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ảnh 1ກອງປະຊຸມສຳມະນາກຳລັງໜູນໃຫ້ແກ່ເສດຖະກິດ ຫວຽດນາມ: ແງ່ມູນ ແລະ ແງ່ຫວັງ (ພາບ: TTXVN) 

ຕາມບົດລາຍງານໂດຍສະຖາບັນຄົ້ນຄ້ວາເສດຖະກິດສູນກາງ ແລະ ລາຍການ ອົດສະຕາລີສະໜັບສະໜູນ ການດັບປັບເສດຖະກິດ ຫວຽດນາມ ( Asus4.Reform Program) ສົມທົບກັນຄົ້ນຄ້ວາ ແລະ ຕີລາຄາ ໃຫ້ຮູ້ວ່າ ການເຕີບໂຕເສດຖະກິດໃນໄຕມາດ 3 ແລະ 3 ໄຕມາດຕົ້ນປີນີ້ຍັງຮັກສາໄດ້ຢູ່ລະດັບສູງພໍສົມຄວນ. ຄຽງຄູ່ກັບບັນດາຈຸດຕັ້ງໜ້າແມ່ນ ເສດຖະກິດມະຫາພາກສືບຕໍ່ຮັກສາໄດ້ສະຖຽນລະພາບ, ສິ່ງທີ່ໜ້າຮັບຮູ້ແມ່ນການເຕີບໂຕໄວພໍສົມຄວນ ຢູ່ເຂດອຸດສາຫະກຳ. ທ່ານ ຫງວຽນແອັງເຢືອງ, ຫົວໜ້າຄະນະຄົ້ນຄ້ວາສັງລວມ, ສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງເນັ້ນໜັກວ່າ:

        ເຂດ FDI ໄດ້ ຫຼຸດລົງ, ການສົ່ງອອກເພີ່ມຂຶ້ນປະມານ 5%. ໃນຂະນະນັ້ນ, ເຂດວິສາຫະກິດພາຍໃນປະເທດພັດທະນາການສົ່ງອອກໄວພໍສົມຄວນ. ນີ້ແມ່ນປັດໄຈທີ່ປະທັບໃຈຍ້ອນວ່າ ໃນໄລຍະທີ່ຜ່ານມາ ພວກເຮົາຍັງບໍ່ທັນໜູນຊ່ວຍໃຫ້ວິສາຫະກິດເອກະຊົນພາຍໃນປະເທດຫຼາຍແຫ່ງ ແຕ່ວ່າ ເຂົາເຈົ້າຍັງມີໂອກາດສົ່ງອອກໄປຕ່າງປະເທດໄດ້. ອັນທີ 2 ໃນເວລານີ້ ພວກເຮົາເວົ້າຫຼາຍເຖິງການຂາດສະຖຽນລະພາບໃນສົງຄາມການຄ້າ ( ອາເມລິກາ - ຈີນ), ມັນສ້າງຜົນກະທົບຫຼາຍເຖິງວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ແຕ່ວ່າມັນສ້າງກາລະໂອກາດໃຫ້ບັນດາວິສາຫະກິດເອກະຊົນພາຍໃນປະເທດ. ສິ່ງດັ່ງກ່າວຢັ້ງຢືນວ່າ ພວກເຮົາຕ້ອງມີຄວາມໄວ້ເນື້ອເຊື່ອໃຈຕໍ່ພາກເອກະຊົນພາຍໃນປະເທດ, ເຂົາເຈົ້າສາມາດນຳໃຊ້ກາລະໂອກາດຈາກການເຊື່ອມໂຍງ, ເຂົາເຂົ້າມີພະລັງຊີວິດ, ສາມາດປັບຕົວເຂົ້າກັບສະພາບການ, ບັນຫາຕົ້ນຕໍແມ່ນຕ້ອງມີນະໂຍບາຍສະໜັບສະໜູນ ແລະ ສ້າງຄວາມສະດວກໃຫ້ແກ່ເຂົາເຈົ້າ.

ຕອບກັບ

ຂ່າວ/ບົດ​ອື່ນ