(vovworld) – ຕອນເຊົ້າວັນທີ 26/08, ຢູ່ແຂວງນາງດິ້ງ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດສະຫຼຸບ 20 ປີແຫ່ງການປະຕິບັດຄຳສັ່ງເລກທີ 11 ກ່ຽວກັບການ “ຍູ້ແຮງຂະບວນການມະຫາຊົນປົກປັກຮັກສາຄວາມສະຫງົບແຫ່ງຊາດ ເຂດພໍ່ແມ່ປະຊາຊົນເຊື່ອຖືສາສະໜາກະໂຕລິກ ໃນສະພາບການໃໝ່ໄລຍະ 1994 - 2014”. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ສຸມໃສ່ຄົ້ນຄວ້າບົດລາຍງານສະຫຼຸບ 20 ປີ ແລະ ພົບປະແລກປ່ຽນກັບບັນດາແບບຢ່າງດີເດັ່ນ, ແລກປ່ຽນບົດຮຽນ, ວິທີປະຕິບັດທີ່ດີ ໃນຂະບວນການທົ່ວປວງຊົນຮັກສາຄວາມສະຫງົບແຫ່ງຊາດຂອງປະຊາຊົນເຊື່ອຖືສາສະໜາຕ່າງໆ. ຄຸນພໍ່ ຫງວຽນດຶກຢາງ, ຫົວໜ້າເຂດຊາວຄຼິດບຸຍຈູ, ແຂວງນາມດິ້ງ ແບ່ງປັນວ່າ.
“ພວກຂ້າພະເຈົ້າເອົາໃຈໃສ່ເປັນພິເສດເຖິງການສຶກສາໃຫ້ຊາວໜຸ່ມເຍົາວະຊົນ, ສຶກສາອົບຮົມນຳ້ໃຈຄວາມຮັກແພງມະນຸດ, ສຶກສາໃຫ້ພວກນ້ອງດຳລົງຊີວິດເພື່ອວົງຄະນະຍາດ. ສຳລັບບັນດາລູກຫຼານທີ່ຍັງນ້ອຍ ຕ້ອງມີການສັ່ງສອນຊ່ວຍເຫຼືອຈາກພໍ່ແມ່, ຄູອາຈານໃນໂຮງຮຽນ ແລະ ໃນໂບດຕ່າງໆ ຕ້ອງສຶກສາຄວາມຕື່ນຕົວ, ປົກປ້ອງຕົນເອງບໍ່ພຽງແຕ່ທາງດ້ານທິດສະດີເທົ່ານັ້ນ ຫາກຍັງດ້ວຍການຝຶກຝົນຫຼໍ່ຫຼອມໃນການດຳລົງຊີວິດອີກດ້ວຍ”.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີໃຫ້ອຳນາດການປົກຄອງຕ້ອງເປັນເອກະພາບການຮັບຮູ້ກ່ຽວກັບວຽກງານສາສະໜາ. ຊາບຊຶມ ແລະ ປະຕິບັດນະໂຍບາຍຂອງພັກ, ລັດ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບວຽກງານສາສະໜາ ແລະ ວຽກງານປົກປັກຮັກສາຄວາມເປັນລະບຽບຮ້ຽບຮ້ອຍຢູ່ເຂດຊຸມຊົນເຊື່ອຖືສາສະໜາຢ່າງເຂັ້ມງວດ. ພ້ອມທັງ, ສຸມໃສ່ແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງສາສະໜາ, ບໍປະໃຫ້ບັນດາກຳລັງທີ່ເປັນປໍລະປັກຍຸຍົງສົ່ງເສີມໃຫ້ຕ້ານຄືນອຳນາດການປົກຄອງ.