ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໃນ​ເງື່ອນ​ໄຂ​ຮັບ​ມື​ໂດຍ​ປອດ​ໄພ, ມີ​ໄຫວ​ພິບ, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ

(VOVWORLD) - ກອງປະຊຸມສຳມະນາວິທະຍາສາດລະດັບຊາດດ້ວຍຫົວຂໍ້ “ແຫຼ່ງກຳລັງ ແລະ ກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ໃນເງື່ອນໄຂຮັບມືໂດຍປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ວິໄສທັດລະດັບຊາດ ແລະ ທ້ອງຖິ່ນ” ຈັດຂຶ້ນຢູ່ຮ່າໂນ້ຍ.
ຟື້ນ​ຟູ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ໃນ​ເງື່ອນ​ໄຂ​ຮັບ​ມື​ໂດຍ​ປອດ​ໄພ, ມີ​ໄຫວ​ພິບ, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ - ảnh 1

 ທ່ານຫງວຽນຊວັນທັງ ປະທານສະພາທິດສະດີສູນກາງກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: Thanh Vân/TTXVN )

ວັນທີ 28 ມີນາ, ຢູ່ນະຄອນຮ້າລອງ, ແຂວງກງາງນິງ, ສະພາທິດສະດີສູນກາງ, ຄະນະບັນນາທິການວາລະສານກອມມູນິດ ແລະ ຄະນະພັກແຂວງກວາງນິງ ໄດ້ສົມທົບກັນຈັດກອງປະຊຸມສຳມະນາວິທະຍາສາດລະດັບຊາດດ້ວຍຫົວຂໍ້ “ແຫຼ່ງກຳລັງ ແລະ ກຳລັງໜູນໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ ໃນເງື່ອນໄຂຮັບມືໂດຍປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ ວິໄສທັດລະດັບຊາດ ແລະ ທ້ອງຖິ່ນ”.

ບັນດາຄຳເຫັນທີ່ກອງປະຊຸມສຳມະນາ ໄດ້ປຶກສາຫາລືກ່ຽວກັບບັນດາບົດຮຽນຖອດຖອນມາໄດ້ພາຍຫຼັງໂລກລະບາດ ແລະ ຖືວ່າ, ເພື່ອຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມຢ່າງມີປະສິດທິຜົນ, ບັນດາບ້ວງເງິນກະຕຸ້ນ ຄວນສຸມໃສ່ແກ້ໄຂບັນດາຂໍ້ຕິດຂັດດ້ານລະບຽບການ ເພື່ອໃຫ້ຜູ້ອອກແຮງງານມີຊີວິດການເປັນຢູ່ເປັນປົກກະຕິ. ບັນດາຜູ້ແທນໄດ້ຕີລາຄາສູງບ້ວງເງິນໜູນຊ່ວຍ 350.000 ຕື້ດົ່ງໃຫ້ແກ່ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ 2022-2023.

ບັນດາບົດປະກອບຄຳເຫັນໄດ້ລົງເລິກວິເຄາະການທະລຸລ່ວງບັນດາແຫຼ່ງກຳລັງລະອຽດຄື: ແຫຼ່ງກຳລັງການເງິນຂອງລັດ, ທີ່ດິນ, ຊັບພະຍາກອນມະນຸດ, ເຕັກໂນໂລໂຊີ ແລະ ປ່ຽນແປງໃໝ່ປະດິດຄິດສ້າງ; ແຫຼ່ງກຳລັງສັງຄົມ, ຮັບປະກັນຊີວິດສັງຄົມ; ແຫຼ່ງຊັບພະຍາກອນວັດທະນະທຳ; ການພັດທະນາເສດຖະກິດທະເລ, ການຟື້ນຟູການທ່ອງທ່ຽວ….

ຕອບກັບ

ຂ່າວ/ບົດ​ອື່ນ