ຟີລິບປີນ ປະກາດແຜນການ ກໍ່ສ້າງເຂດຖືກຜົນຮ້າຍ ຢ້ອນຫຼັງຈາກພະຍຸ Haiyan ຄືນໃໝ່

ຟີລິບປີນ ປະກາດແຜນການ ກໍ່ສ້າງເຂດຖືກຜົນຮ້າຍ ຢ້ອນຫຼັງຈາກພະຍຸ Haiyan ຄືນໃໝ່ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 18/12, ລັດຖະບານ ຟີ​ລິບ​ປີນ ​ໄດ້​ປະກາດ​ແຜນການກໍ່​ສ້າງ​ບັນດາ​ເຂ​ດຖືກ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະຍຸ Haiyan ​ເມື່ອ​ຕົ້ນ​ເດືອນ 11 ຜ່ານ​ມາ​ຄືນ​ໃໝ່. ທ່ານ​ປະທານາທິບໍດີ Benigno Aquino ​ໃຫ້​ຮູ້​ວ່າ, ລັດຖະບານ​ຟີ​ລິບ​ປີນ ຈະ​ສະ​ຫງວນບຸລິມະສິດ​ເຂົ້າ​ໃນ​ການກໍ່​ສ້າງພື້ນຖານ​ໂຄງ​ລ່າງ​ສາທາລະນະ, ​ເຮືອນ​ຢູ່ຊົ່ວຄາວ ​ແລະ ການ​ເຄື່ອນ​ໄຫວ​ສ້າງ​​ເຂດຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຂຶ້ນ​ໃໝ່, ​ເຊື່ອມ​ຕໍ່​ບັນດາ​ການ​ບໍລິການ​ສຶກສາ, ສາທາລະນະ​ສຸກ, ກະສິກຳ, ອຸດສາຫະກຳ... ​ໃນ​ນັ້ນ, ສະ​ເພາະການ​ສ້າງ​ເຮືອນ​ຢູ່​ຊົ່ວຄາວ ​ແລະ ກໍ່​ສ້າງ​ເຂດ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ຕ້ອງ​ເສຍ​ເງິນ​ກວ່າ 4 ຕຶ້ USD. ທ່ານ​ປະທານ​າທິບໍດີ Benigno Aquino ​ໄດ້​ຮຽກ​ຮອງ​ການ​ຊ່ວຍ​ເຫຼືອ​ຂອງວົງ​ຄະນະ​ຍາດ​ສາກົນ ກໍ່​ຄື​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ພາກ​​ເອກະ​ຊົນ, ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ປະ​ເທດ​ນີ້ ບໍ່​ພຽງ​ແຕ່​ໃນ​ການກໍ່​ສ້າງ​ເຂດທີ່​ຖືກ​ພະຍຸ Haiyan ທຳລາຍ​ນັບ​ຮ້ອຍ​​ເຂດຄືນ​ໃໝ່​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ບັນດາ​ເຂດ​ນີ້​ເພີ່ມ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ກໍ່​ຄື​ຜົນ​ກະທົບ​ອັນ​ຍໍ້​ທໍ້​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດອີກ​ດ້ວຍ.

ຂ່າວ/ບົດ​ອື່ນ