ຟີລິບປິນກ່າວເຕືອນຈີນ ກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ

(VOVWORLD) -ເລື່ອງຈີນ ດຳເນີນການຊ້ອມຮົບຢູ່ທະເລຕາເວັນອອກ ອາດຈະກໍ່ຄວາມເຄັ່ງຕຶງຢູ່ພາກພື້ນ ແລະ ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງປັກກິງ ກັບບັນດາປະເທດບ້ານໃກ້ເຮືອນຄຽງ.

ຟີລິບປິນກ່າວເຕືອນຈີນ ກໍ່ຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ - ảnh 1ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ Delfin Lorenzana

(ພາບປະກອບ:  AFP/TTXVN)

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟີລິບປິນ Delfin Lorenzana ໄດ້ກ່າວເຕືອນເລື່ອງຈີນ ດຳເນີນການຊ້ອມຮົບຢູ່ທະເລຕາເວັນອອກ ອາດຈະກໍ່ຄວາມເຄັ່ງຕຶງຢູ່ພາກພື້ນ ແລະ ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງປັກກິງ ກັບບັນດາປະເທດບ້ານໃກ້ເຮືອນຄຽງ.

        ວັນທີ 02 ກໍລະກົດ, ກ່າວຄຳດເຫັນທີ່ເວທີປາໄສຄວາມໝັ້ນຄົງຢູ່ນະຄອນຫຼວງ Manila ຂອງຟີລິບປິນ, ທ່ານລັດຖະມົນຕີ Delfin Lorenzana ເນັ້ນໜັກວ່າ, ເລື່ອງຈີນ ດຳເນີນການຊ້ອມຮົບຢູ່ທະເລຕາເວັນອອກ ແມ່ນການເຄື່ອນໄຫວທີ່ໜ້າວິຕົກກັງວົນທີ່ສຸດ ແລະ ຟີລິບປິນ ພວມຕິດຕາມຢ່າງໃກ້ຊິດ. ເລື່ອງຈີນ ດຳເນີນການຊ້ອມຮົບຢູ່ທະເລຕາເວັນອອກ ເປັນການກ່າວເຕືອນຕໍ່ບັນດາຝ່າຍທີ່ກ່ຽວຂ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ