ຟິລິບປີນພວມແມ່ນກຳລັງຫນູນການເຕີບໂຕເສດຖະກິດຕົ້ນຕໍຂອງອາຊຽນ

ຟິລິບປີນພວມແມ່ນກຳລັງຫນູນການເຕີບໂຕເສດຖະກິດຕົ້ນຕໍຂອງອາຊຽນ - ảnh 1
ທ່ານປະທານາທິບໍດີ ຟິລີບປີນBenigno Aquino
ພາບ: internet


(vovworld)-ບົດ​ລາຍ​ງານ​ຫລ້າ​ສຸດ​ຂອງ​ບໍລິສັດ​ຕີ​ລາຄາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ Standard&Poor ຖື​ວ່າ:​ ປະຈຸ​ບັນ ຟິລີບ​ປີນ ພວມ​​ແມ່ນ​ກຳລັງ​ຫນູນ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ອາ​ຊຽນ ຍ້ອນ​ຕະຫລາດ​ພາຍ​ໃນ​ປະ​ເທດ​ມີ​ການ​ເຕີບ​ໂຕ​ຢ່າງ​ແຮງ. ບົດ​ລາຍ​ງານ​ຂອງ​ບໍລິສັດ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ຟິລີບ​ປີນ ​ໄດ້​ລື່ນ​ກາຍ ອິນ​ໂດ​ເນ​ເຊຍ ​ເພື່ອ​ກາຍ​ເປັນ​ປະ​ເທດ​​ເຕີບ​ໂຕ​ຂອງ​ພາກ​ພື້ນ. Standard&Poor ຄາດ​ຄະ​ເນ​ວ່າ GDP ຂອງ​ຟິລີບ​ປີນ ​ໃນ​ປີ​ນີ້ ຈະ​ເພີ່ມ​ຂຶ້ນ​ເກືອບ 7% ​ແລະ ໃນ​ປີ 2014-2015 ຈະ​ບັນລຸ​ລະດັບ 6-6,5% ​ .

ຂ່າວ/ບົດ​ອື່ນ