ຟິລິບປິນແລະໄຕຫວັນ(ຈີນ) ໃຫ້ຄຳໝັ້ນສັນຍາບໍ່ນຳໃຊ້ກຳລັງ ອາວຸດກັບຊາວປະມົງ
(ພາບ:tuoitre.vn)
(vovworld)- ຟິລິບປິນ ແລະ ໄຕຫວັນ (ຈີນ) ຫາບໍ່ບັນລຸໄດ້ຄຳໝັ້ນສັນຍາບໍ່ນຳໃຊ້ກຳລັງອາວຸດໃນບັນດາການພິພາດກ່ຽວກັບການຫາປາ. ໃນຖະແຫລງການທີ່ຍົກອອກມາເມື່ອວັນທີ 15/6, ຜູ້ຮັບຜິດຊອບວຽກງານການຕ່າງປະເທດຂອງໄຕຫວັນໃຫ້ຮູ້ວ່າ: ສອງຝ່າຍບັນລຸໄດ້ຂໍ້ຕົກລົງທີ່ການປະຊຸມຈັດກຽມສອງຝ່າຍຄັ້ງທຳອິດກ່ຽວກັບການຮ່ວມມືດ້ານອາຊີບຫາປາ ຊື່ງຈັດຂຶ້ນຢູ່ນະຄອນຫລວງມານີລາ ປະເທດຟິລິບປິນ ໃນທ້າຍອາທິດຜ່ານມາ. ຕາມນັ້ນແລ້ວ, ສອງຝ່າຍໃຫ້ຄຳໝັ້ນສັນຍາຈະຫລີກເວັ້ນການນຳໃຊ້ກຳລັງອາວຸດໃນການປະກອບອາຊີບຫາປາ, ຊຸກຍູ້ການແລກປ່ຽນກ່ຽວກັບຂັ້ນຕອນ ປະຕິບັດກົດໝາຍວ່າດ້ວຍການເດີນທະເລຂອງແຕ່ລະຝ່າຍ ແລະ ສ້າງກົນໄກປະກາດດ່ວນກ່ຽວກັບບັນດາການກະທຳນຳໃຊ້ຕໍ່ບັນດາເຮືອຫາປາ ແລະ ລູກເຮືອຂອງກັນ. ສອງຝ່າຍກໍ່ເຫັນດີຈະພັດທະນາກົນໄກປ່ອຍເຮືອຫາປາ ແລະ ລູກເຮືອຂອງກັນຖືກຈັບຢູ່ກັບທີ່, ສອດຄ່ອງກັບກົດບັດສາກົນ.